ກອງບັນຊາການ ປກສ ແຂວງ ເຊກອງ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຜູ້ທີ່ມີຜົນງານ ແລະ ມາດຖານເງື່ອນໄຂຄົບຖ້ວນ ໃນວັນທີ 4 ທັນວາ 2020, ເປັນປະທານໂດຍ ພົຈວ ສົມໄຊ ພູລະຄຳມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ-ຮອງຫ້ອງ, ກອງ ແລະ 4 ກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ພັທ ພອນວິຈິດ ກີບເກສອນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງເຊກອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 3119/ປກສ ແລະ ເລກທີ 3120/ປກສ, ເລກທີ 3121/ປກສ ລົງວັນທີ 24 ພະຈິກ 2020 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງເຊກອງ ໃນນີ້: ເລື່ອນຊັ້ນພັນຕີ ຂຶ້ນ ພັນໂທ 7 ສະຫາຍ, ເລື່ອນຊັ້ນຮ້ອຍເອກ ຂຶ້ນ ພັນຕີ 16 ສະຫາຍ ຍິງ 2 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 16 ສະຫາຍ, ໂດຍໃຫ້ກຽດຂຶ້ນປະດັບຊັ້ນໂດຍ ພົຈວ ສົມໄຊ ພູລະຄຳມະນີ.

ໃນໂອກາດດັ່ງກ່າວ, ພົຈວ ສົມໄຊ ພູລະຄຳມະນີ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ແລະ ໄຊຊະນະໃນດ້ານຕ່າງໆທີ່ນາຍ ແລະ ພົນຕຳຫຼວດຍາດມາໄດ້ ຈົນໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ພະນັກງານ-ນັກຮົບແຕ່ລະສະຫາຍ ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ຍົກສູງຄວາມຮູ້-ຄວາມສາມາດ, ມີຄວາມສາມາດໃນການຈັດຕັ້ງ-ນຳພາທີ່ເຂັ້ມແຂງ, ມີແບບແຜນວິທີເຮັດວຽກ, ສາມາດແກ້ໄຂບັນຫາສະເພາະໜ້າ ແລະ ຍາວນານ, ເດັດດ່ຽວ ແລະ ມີປະສິດທີພາບ ພ້ອມກັນເຮັດສຳເລັດໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.