ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ຢ້ຽມຊົມອະນຸສອນສະຖານກັກຂັງຜູ້ນໍາ

0
1514

ວັນທີ 9 ທັນວາ 2020, ຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ໄດ້ເຂົ້າຢ້ຽມຊົມອະນຸສອນສະຖານ ຄຸກກັກຂັງຜູ້ນໍາພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນວຽງຈັນ ທີ່ຄ້າຍໂພນເຄັງ, ເນື່ອງໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ, ນໍາພາໂດຍ ພັທ ບຸນຈັນ ອິນພົມມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ, ພ້ອມດ້ວຍຄະນະໜ່ວຍຊາວໜຸ່ມ,ມີສະມາຊິກຊາວໜຸ່ມກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ.

ພັທ ບຸນຈັນ ອິນພົມມາ ກວ່າວ່າ: ການເຂົ້າຢ້ຽມຊົມຄັ້ງນີ້ ເພື່ອລະນຶກວິລະກໍາໂຕນຄຸກໂພນເຄັງຄັ້ງມະຫັດສະຈັນຂອງຜູ້ນໍາແນວລາວຮັກຊາດ 16 ທ່ານ ເຊິ່ງນໍາໂດຍປະທານສຸພານຸວົງ, ແນໃສ່ເພື່ອເຮັດໃຫ້ຄົນຮຸ່ນຫຼັງ ເວົ້າລວມ ເວົ້າສະເພາະແມ່ນສະມາຊິກຊາວໜຸ່ມກະຊວງ ປກສ ໄດ້ຮັບຮູ້ບັນດາເຫດການ ໃນການຕໍ່ສູ້ທາງດ້ານການເມືອງ, ການທະຫານ ແລະ ການຕ່າງປະເທດ ອັນຄ່ອງແຄ່ວຂອງບັນດາຜູ້ນໍາແນວລາວຮັກ ຊາດໃນເວລາຖືກຄຸມຂັງ ແລະ ໃນເວລາໂຕນອອກຈາກຄຸກ ເພື່ອໄປສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພທຸກປະການ.

ບັນດາທ່ານຜູ້ນໍາພັກ-ແນວລາວຮັກຊາດ ຈໍານວນ 16 ທ່ານ ໄດ້ຖືກຈັບຕົວມາກັກຂັງຢູ່ຄຸກໂພນເຄັງ ໃນວັນທີ 28 ກໍລະກົດ 1959 ເຊິ່ງແມ່ນຄຸກທີ່ດັດແປງ ມາຈາກຄອກມ້າເກົ່າຂອງທະຫານຝຣັ່ງ, ມີລວງຍາວ 75 ແມັດ ກວ້າງ 9 ແມັດ, ແບບເຮືອນມີຝາຂັ້ນກາງ ແບ່ງອອກເປັນ 30 ຫ້ອງ ປິ່ນອອກທັງສອງເບື້ອງ,ດ້ານໜ້າ ມີ 15 ຫ້ອງ ແລະ ດ້ານຫຼັງ ມີ 15 ຫ້ອງ, ແຕ່ລະຫ້ອງມີປະຕູສາຍຝົນ,ມີກະແຈເຂົາຄວາຍອັດແໜ້ນ, ມີປ່ອງຢ້ຽມອັດດ້ວຍເຫຼັກລູກໂກງ ແລະແຕ່ລະຫ້ອງ ມີໂຕະນ້ອຍ ກວ້າງ 50X80 cm, ມີຕຽງເຫຼັກ ແບບຕຽງໂຮງໝໍທະຫານ, ມີເສື້ອ, ມຸ້ງ, ດອກໄຟປ້ອມໜຶ່ງດອກ,ພັດລົມໜຶ່ງໜ່ວຍ ແລະ ແຕ່ລະມື້ຈະມີສາລະວັດທະຫານ ຍໍພາເຂົ້າມາໃຫ້ກິນ ມື້ລະ 3 ຄາບ.

ຕໍ່ມາຄໍ່າຄືນເວລາ12:00 ໃນວັນທີ 23 ຕໍ່ໃສ່ວັນທີ 24 ພຶດສະພາ 1960 ບັນດາທ່ານຜູ້ນໍາຈໍານວນ 16 ທ່ານ ໄດ້ ນຸ່ງຊຸດໂສ້ງ-ເສື້ອສີຂຽວແກ່,ໃສ່ເກີບ,ໝວກ ແລະອຸປະກອບອາວຸດຂອງສາລະວັດທະຫານ ເພື່ອປອມຕົວເປັນສາລະວັດທະຫານອອກໄປສາລະເວເວນຍາມອ້ອມຮອບ ຄຸກໂພນເຄັງ ຄືກັບສາລະວັດທະຫານ ທີ່ປະຕິບັດໜ້າທີ່ຕາມປັກກະຕິໃນທຸກໆຄືນ, ພາຍຫຼັງສາລະວັດທະຫານໄດ້ໄຂປະຕູແລ້ວ ແຕ່ລະຈຸໄດ້ຍ່າງ ອອກປະຕູຢ່າງເປີດເຜີຍ ຄືກັບກັບໝູ່ສາລະວັດ ແລ້ວຍ່າງລັດທົ່ງໄປຈຸດນັດໝາຍ ເມື່ອກວດກາຈໍານວນພົນຄົບແລ້ວ ກໍອອກເດີນທາງ ອອກໄປສູ່ເຂດທີ່ໝັ້ນຢ່າງປອດໄພ.

ພາບ-ຂ່າວ: ຄຳໂຖ ວັນນະລາດ