ປກສ ແຂວງອຸດົມໄຊ ທາບທ່າມແຜນກຳນົດພະນັກງານນຳພາຄຸ້ມຄອງ

0
757

ວັນທີ 3 ທັນວາ ຜ່ານມາ,ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານ ນໍາພາ-ຄຸ້ມຄອງໄລຍະປີ 2021-2025,ໂດຍມີ ທ່ານ ຄຳພຽງ ຢ່າຈົງວ່າ ຮອງເຈົ້າແຂວງອຸດົມໄຊ,ມີ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ພ້ອມດ້ວຍຄະນະພັກ ຄະນະກອງບັນຊາການ ປກສ ແຂວງ ແລະ ຄະນະຈັດຕັ້ງແຂວງ,ປກສ ເມືອງ​ເຂົ້າ​ຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ນີຈັນ ສີສຸທໍາ ຮອງຫົວໜ້າຄະນະຈັດຕັ້ງແຂວງອຸດົມໄຊ ໄດ້ຂຶ້ນເຜີຍແຜ່ແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ການສ້າງແຜນກຳນົດພະນັກງານບັນຊາ ເປັນໂຄງປະກອບຕາມຄວາມຮຽກຮ້ອງຕ້ອງ ການຂອງບັນດາຕໍາແໜ່ງນໍາພາ-ບັນຊາ ຢູ່ແຕ່ລະບ່ອນ, ຂັ້ນກອງບັນຊາການ ແລະ ຂັ້ນຫ້ອງ ເພື່ອແນໃສ່ປ້ອງກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຍັງເປັນວຽກງານໜຶ່ງທີ່ສຳຄັນຟື້ນຖານຂອງວຽກງານພະນັກງານ,ຮັບປະກັນການຈັດຕັ້ງປະຕິບັດວຽກງານຖືກຕ້ອງຕາມລະບຽບການ, ແບບແຜນ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກລັດ ໃນສະເພາະໜ້າ ແລະ ຍາວນານ, ເປັນການຫັນຍຸດທະສາດກ່ຽວກັບວຽກງານພະນັກງານເປັນອັນລະ ອຽດ,ສ້າງໂຄງການສັງລວມພື້ນຖານໃຫ້ແກ່ການສ້າງແຜນກໍ່ສ້າງບຳລຸງ,ຄາດຄະເນສັບຊ້ອນ ແລະ ຈັດວາງພະນັກງານຢ່າງສົມເຫດສົມຜົນ.

ກອງປະຊຸມ,ໄດ້ປ່ອນບັດທາບທ່າມເອົາພະນັກງານນຳພາຄຸ້ມຄອງ ຢູ່ບັນດາຫ້ອງອ້ອມຂ້າງກອງບັນຊາການ ປກສ ແຂວງ ແລະ ທາບທ່າມເອົາເລຂາຄະນະພັກ, ຫົວໜ້າກອງບັນຊາການໃນຕໍ່ໜ້າຕາມລະບຽບ,ຫຼັກການ.