ວັນທີ 8 ທັນວາ 2020, ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງພະບາງ ໄດ້ຈັດພິທີປ່ອຍຕົວນັກໂທດກ່ອນກຳນົດ ໂດຍມີເງື່ອນໄຂຈຳນວນ 45 ຄົນ, ເຂົ້່າຮ່ວມມີ ພັທ ສົມບູນ ທະນາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີທ່ານ ຊົ່ງ ຊົວຊື່ນູ ຮອງໄອຍະການປະຊາຊົນແຂວງ, ມີຄະນະຄ້າຍຄຸມຂັງ-ດັດສ້າງ ແລະ ພາກສ່ວນກ່ຽວຂ້ອງ, ຕະຫຼອດຮອດນັກໂທດທີຖືກປ່ອຍຕົວເຂົ້າຮ່ວມ.

ພັທ ແກ້ວ ລາດຊະວົງ ຮອງຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງຫຼວງພະບາງ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການອະໄພຍະໂທດ ແລະ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທັງ ເປັນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ທັງເປັນການປະຕິບັດດ້ານມະນຸດສະທຳຕໍ່ນັກໂທດ ຜູ້ທີມີຜົນງານດີເດັ່ນ, ດຸໝັ້ນ, ຫ້າວຫັນປະຕິບັດລະບຽບຂອງຄ້າຍຄຸມຂັງໄດ້ດີ, ມີ ຜົນງານໃນການເພີ້ມພູນ-ຜະລິດຜົນ ແລະອື່ນໆ ຈຳນວນ 45 ຄົນ ເພື່ອນັກໂທດຈຳນວນດັ່ງກ່າວກັບຄືນສູ່ຄອບຄົວ ແລະ ສັງຄົມກາຍເປັນຄົນດີປະກອບອາຊີບສຸດຈະລິດ.

ນອກນີ້, ພັທ ສົມບູນ ທະນາວັນ ໄດ້ໂອ້ລົມຕັກເຕືອນຫຼາຍບັນຫາຕໍ່ຜູ້ທີໄດ້ຮັບການປ່ອຍຕົວໃນຄັ້ງນີ້ພາຍຫຼັງກັບຄືນສູ່ຄອບຄົວແລ້ວ ບໍ່ໃຫ້ ມີແນວຄິດທໍ້ຖ່ອຍ, ຕ້ອງບຸກບືນສືບຕໍ່ສ້າງສາພັດທະນາເສດຖະກິດຄອບຄົວໃຫ້ອຸດົມສົມບູນ, ບໍ່ກະທຳສິ່ງທີ່ຜິດຕໍ່ລະບຽບກົດໝາຍ, ພ້ອມ ກັນບຳລຸງ-ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຄອບຄົວ ແລະ ສັງຄົມ ປະກອບສ່ວນເຂົ້າໃນວຽກງານສ້າງສາພັດທະນາປະເທດ ຊາດ ຖ້າຫາກວ່າອອກໄປແລ້ວຍັງກັບຄືນໄປກະທຳຜິດໃໝ່ ຈະບໍ່ມີການພິຈາລະນາປ່ອຍຕົວອີກ.

ຈາກນັ້ນ, ນັກໂທດທີຖືກປອຍຕົວຍັງໄດ້ໃຫ້ຄໍາປະຕິຍານຕົນວ່າ: ຕໍ່ໄປນີ້ຈະບໍ່ກະທຳສິງທີຜິດຕໍ່ລະບຽບກົດໝາຍ, ຈະຕັ້ງໜ້າເຄົາລົບລະບຽບ ກົດໝາຍຢາງເຂັ້ມງວດ, ຈະຈົດຈຳບຸນຄຸນພັກ-ລັດ ທີ່ມີນະໂຍບາຍອັນດີຕໍ່ນັກໂທດ, ຜ່ານມາຮູ້ສຶກກິນແໜງແຄງໃຈຕໍ່ການກະທຳທີ່ກໍ່ຂຶ້ນຈະ ຂໍປ່ຽນແປງແນວຄິດ, ການກະທຳທີບໍ່ຖືກຕ້ອງ, ທີ່ເປັນການລະເມີດຕໍ່ລະບຽບກົດໝາຍ ກໍຄືຮີດຄອງປະເພນີອັນດີງາມຂອງຊາດ, ຈະຝຶກຝົນຫໍ່ຼ ຫຼອມຕົນເອງໃຫ້ກາຍເປັນຄົນດີຂອງສັງຄົມ ແລະ ຄອບຄົວ.