ວັນທີ 8 ທັນວາ 2020, ຫ້ອງການເມືອງວິທະຍາຄານກົມມະດໍາ ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ ຢູ່ບ້ານໂພນງາມໃຕ້ ປະຈໍາປີ 2020, ໂດຍພາຍໃຕ້ການເປັນປະທານຂອງ ພັທ ຄໍາດີ ແສນວົງສາ ຄະນະພັກຮາກຖານ ຮອງຫ້ອງການເມືອງ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ ວິທະຍາຄານກົມມະດໍາ, ມີທ່ານ ວອນ ພົມສຸວັນ ເລຂາພັກບ້ານ ນາຍບ້ານໂພນງາມໃຕ້, ພ້ອມດ້ວຍຄະນະພັກ – ຄະນະບັນຊາ ຕະຫຼອດຮອດອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ສານ ພິລະພັນ ຄະນະພັກຮາກຖານຫ້ອງການເມືອງ ຫົວຫນ້າພະແນກກໍ່ສ້າງຮາກຖານ ວິທະຍາຄານກົມມະດໍາ ຂຶ້ນຜ່ານບົດລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານຕາມມູນເຊື້ອ ຕິດພັນກັບວຽກງານ 3 ສ້າງຂອງຫ້ອງການເມືອງ ແລະ ບ້ານແຮກສ່ຽວ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປີ 2021. ໂດຍຕິດພັນກັບວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ ພໍ່ແມ່-ປະຊາຊົນ ຕະຫຼອດໄລຍະ 1 ປີ ຜ່ານມາ, ຄະນະພັກຮາກຖານຫ້ອງການເມືອງ ຫົວຫນ້າພະແນກກໍ່ສ້າງຮາກຖານ ວິທະຍາຄານກົມມະດໍາ ໄດ້ລົງສົມທົບ ກັບອົງການປົກຄອງບ້ານແຮກສ່ຽວໃນການເຄື່ອນໄຫວ ເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນບັນຫາສໍາຄັນ. ໃນນັ້ນ, ລົງເກັບກໍາເອົາບົດສ່ອງແສງປະຈໍາເດືອນ 8 ຄັ້ງ, ລົງສົມທົບສະແດງສິລະປະຮ່ວມບ້ານແຮກສ່ຽວ ຈໍານວນ 1 ຄັ້ງ, ປ້ອງກັນເວນຍາມ ບຸນປະເພນີຂອງບ້ານ ຈໍານວນ 5 ຄັ້ງ.

ສຳລັບບ້ານໂພນງາມໃຕ້ ມີພົນລະເມືອງທັງໝົດ 466 ຄົນ , ຍິງ 231 ຄົນ, ມີ 80 ຫຼັງຄາເຮືອນ ມີ 3 ເຜົ່າຊົນ ຄື: ເຜົ່າລາວລຸ່ມ 26 ຄົນ, ເຜົ່າກຶມມຸ 363 ຄົນ ແລະ ເຜົ່າມົ້ງ 3 ຄົນ, ມີເນື້ອທີ່ດິນທັງໝົດ 186.379 ເຮັກຕາ. ໃນນີ້, ເນື້ອທີ່ທໍາການຜະລິດ 54.327 ເຮັກຕາ, ສາ ມາດເກັບກ່ຽວຜົນຜະລິດເຂົ້ານາປີໄດ້ 190.144 ໂຕນຕໍ່ປີ,. ພ້ອມນັ້ນ, ບ້ານໂພນງາມໃຕ້ ຍັງມີກອງທຶນພັດທະນາບ້ານ, ເຊິ່ງມີເງິນກອງທຶນ 56.242.000 ກີບ ແລະ ມີສະມາຊິກກອງທຶນ 69 ຄົນ ສາມາດສ້າງລາຍຮັບໃຫ້ບ້ານໄດ້ທັງໝົດ 16.288.000 ກີບຕໍ່ປີ.

ໃນກອງປະຊຸມຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງປະຈຳປີຄັ້ງນີ້, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບຢ່າງມີເນື້ອໃນສົມບູນຄົບຖ້ວນ. ໂອກາດດຽວກັນນີ້, ພັທ ຄໍາດີ ແສນວົງສາ ຍັງໄດ້ຕີລາຄາສູງ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍມາຍັງອົງການປົກຄອງບ້ານດັ່ງກ່າວ ຕະຫຼອດໄລຍະ 1 ປີ ຜ່ານມາ ພ້ອມທັງຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ຕໍ່ແນວທາງການນໍາພາຂອງພັກ – ລັດ ຍົກສູງນ້ໍາໃຈຮັກຊາດ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ເປັນບັນຫາສໍາຄັນ ສືບຕໍ່ຫັນເອົາພະນັກງານ ລົງສົບທົບກັບອົງການປົກຄອງບ້ານແຮກສ່ຽວເປັນຢ່າງດີ ພ້ອມກັນ ສຶກສາອົບຮົມໃຫ້ພໍ່ – ແມ່ປະຊາຊົນ, ລູກຫຼານ ແລະ ພ້ອມກັນສະກັດກັ້ນປະກົດການຫຍໍ້ທໍ້ຢູ່ໃນສັງຄົມ ໃຫ້ຫຼຸດນ້ອຍຖອຍລົງເທື່ອລະກ້າວ.

ຂ່າວ : ນ. ສ່ວນບຸບຜາ ທິບທິດາ

ພາບ : ສູນ ສີບຸນເຮືອງ