ປຕ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ 24 ສະຫາຍ

0
1538

ກອງບັນຊາການປ້ອງກັນທີ່ຕັ້ງ (ປຕ) ກະຊວງ ປກສ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈຳນວນ 24 ສະຫາຍ ທີ່ມີຜົນງານ ແລະ ຄົບມາດຖານຂອງການເລື່ອນຊັ້ນ ໃນວັນທີ 3 ທັນວາ 2020, ປະດັບຊັ້ນໂດຍ ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການ ປຕ, ມີບັນດາຄະນະພັກ 4 ຫ້ອງ, 3 ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຈວ ໄຊສີ ແກ້ວສະຫງ່າ ຫົວໜ້າກອງບັນຊາການ ປຕ

ພັທ ກອງແກ້ວ ກຸນານົນ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປຕ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ສະບັບເລກທີ 3135/ປກສ ລົງວັນທີ 24 ພະຈິກ 2020 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປຕ ເຊິ່ງໄດ້ຕົກລົງເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 11 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 10 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ

ພົຈວ ໄຊສີ ແກ້ວສະຫງ່າ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນາຍຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມຮັກແພງຄວາມສາມັກຄີພາຍໃນກຳລັງ, ສືບຕໍ່ເຮັດວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີ ແລະ ມີຄຸນນະພາບໃນສະເພາະໜ້າ ແລະ ຍາວນານ.

ໃນວັນດຽວກັນ, ພັອ ປອ ທອງແດງ ຄຳພິທູນ ຍັງໄດ້ເຜີຍແຜ່ເອກະສານຄຳສັ່ງ ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕຳຫຼວດ ສະບັບເລກທີ 2241/ປກສ ລົງ ວັນທີ 10 ພະຈິກ 2020 ແລະ ຂໍ້ຕົກລົງ ສະບັບເລກທີ 1317/ປກສ ລົງວັນທີ 2 ກໍລະກົດ 2020 ວ່າດ້ວຍ ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕຳຫຼວດ; ເຊິ່ງໃນການເຜີຍແຜ່ດັ່ງກ່າວ ກໍເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດພາລະບົດບາດຂອບເຂດສິດ ແລະ ໜ້າທີ່ຂອງແຕ່ລະເຫຼົ່າວິຊາສະເພາະ ທີ່ເຮັດໜ້າທີ່ສືບສວນ-ສອບສວນຂອງ ກຳລັງປ້ອງກັນຄວາມສະຫງົບ ໃນການດຳເນີນຄະດີອາຍາໃຫ້ເປັນເອກະພາບ.

ນອກຈາກນັ້ນ, ກໍເພື່ອແນໃສ່ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ (ສະບັບປັບປຸງ) ເລກທີ 37/ສພຊ ລົງວັນທີ 14 ພະຈິກ 2017 ໃຫ້ມີຄວາມຖືກຕ້ອງ, ຍຸຕິທຳສອດຄ່ອງກັບກົດໝາຍ ແລະ ຮັບປະກັນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ.