ຮອງລັດຖະມົນຕີ ປກສ ເຂົ້າຮ່ວມກອງປະຊຸມຫຼຽນຢຸນກາງ ຄັ້ງທີ V ຜ່ານວີດີໂອທາງໄກ

0
951
ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ລາວ

ວັນທີ 9-10 ທັນວາ 2020, ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ລາວ ໄດ້ນຳພາຄະນະຜູ້ແທນທີ່ກ່ຽວຂ້ອງ ເຂົ້າຮ່ວມ ກອງປະຊຸມຫຼຽນຢຸນກາງ ຄັ້ງທີ V ແລະ ກອງປະຊຸມຍ່ອຍການພັດທະນາຄວາມປອດໄພ ໃນຫົວຂໍ້: “ການຮັບມືກັບບັນຫາຄວາມປອດໄພ ແລະ ການຮ່ວມມືປະຕິບັດກົດໝາຍຂອງບັນດາປະເທດ ພາຍໃຕ້ການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19” ຈັດຂຶ້ນທີ່ນະຄອນຫຼວງ ປັກກິ່ງ ສປ ຈີນ ເປັນເຈົ້າພາບຈັດກອງປະຊຸມ ໂດຍນຳໃຊ້ຮູບແບບກອງປະຊຸມວິດີໂອທາງໄກ; ພາຍໃຕ້ການເປັນປະທານຂອງ ທ່ານ ຕູ້ຫາງເຫວີຍ ຮອງລັດຖະມົນຕີ ກະຊວງ ປກສ ຈີນ ມີບັນດາຄະນະຜູ້ແທນຕຳຫຼວດຂັ້ນສູງຈາກ 18 ປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ບັນດາຄະນະນຳແຕ່ລະປະເທດທີ່ເຂົ້າຮ່ວມ ໄດ້ຜັດປ່ຽນກັນມີຄຳເຫັນ ພ້ອມທັງປຶກສາຫາລືວິທີການຮັບມືກັບທຸກຮູບການ ແລະ ສິ່ງທ້າທາຍອັນໃໝ່ ໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ທີ່ວຽກງານການຮ່ວມມືປະຕິບັດກົດໝາຍຂອງບັນດາປະເທດກໍາລັງປະເຊີນໜ້າຢູ່, ທັງເປັນການຄົ້ນຄວ້າຂໍ້ລິເລີ່ມໃນການເພີ່ມທະວີການຮ່ວມມື ໃນໄລຍະຫຼັງການແພ່ລະບາດຂອງພະຍາດ, ຊຸກຍູ້ໃຫ້ບັນດາປະເທດມີຄວາມສະຫງົບປອດໄພ ແລະ ພັດທະນາຢ່າງຍືນຍົງ; ນອກນັ້ນ, ຍັງສຸມໃສ່ແກ້ໄຂ ແລະ ສະກັດກັ້ນການພະນັນຂ້າມຊາດ, ການຕົວະຍົວະຫຼອກລວງທາງໂທລະຄົມ ແລະ ການເຄື່ອນໄຫວອາຊະຍາກໍາຂ້າມຊາດ, ພ້ອມທັງສຶກສາຄົ້ນຄວ້າກົນໄກໃໝ່ຂອງການຮ່ວມມືສາກົນ ໃນການແກ້ໄຂສະກັດກັ້ນອາຊະຍາກຳຂ້າມຊາດແບບໃໝ່.

ໃນໂອກາດດັ່ງກ່າວ, ພົຕ ກົງທອງ ພົງວິຈິດ ຍັງໄດ້ກ່າວຄຳເຫັນຕໍ່ກອງປະຊຸມຄັ້ງນີ້ວ່າ: ການເຂົ້າຮ່ວມກອງປະຊຸມດັ່ງກ່າວຂອງ ຄະນະຜູ້ແທນ ກະຊວງ ປກສ ລາວ ເປັນໂອກາດອັນດີທີ່ຝ່າຍລາວ ຈະໄດ້ແລກປ່ຽນປະສົບການໃນການຮັບມື ແລະ ແກ້ໄຂສະພາບຄວາມບໍ່ສະຫງົບ ໃນໄລຍະເກີດການລະບາດຂອງພະຍາດໂຄວິດ-19; ປຶກສາຫາລືບັນຫາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນໄລຍະດັ່ງກ່າວ, ພ້ອມທັງຈະມີໂອກາດໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນໃນການແກ້ໄຂ ແລະ ສະກັດກັ້ນການພະນັນຂ້າມຊາດ, ການຕົວະຍົວະຫຼອກລວງທາງໂທລະຄົມ ແລະ ການເຄື່ອນໄຫວອາຊະຍາກຳຂ້າມຊາດອື່ນໆ ກັບບັນດາປະເທດໃນຂົງເຂດ ແລະ ທົ່ວໂລກ.