ປກສ ແຂວງຈຳປາສັກ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ແລະ ພົນຕຳຫຼວດ

0
1125

ໃນທ້າຍອາທິດ ທີ່ຜ່ານມາ, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຜູ້ທີ່ມີຜົນງານດີເດັ່ນ, ຄົບມາດ ຖານເງື່ອນໄຂຕາມລະບຽບ, ກົດໝາຍກໍາລັງປ້ອງກັນຄວາມສະຫງົບ,ປະດັບຊັ້ນໂດຍ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການປກສແຂວງຈຳປາສັກ,ມີຄະນະພັກຄະນະບັນຊາຈາກຫ້ອງ,ປກສ ເມືອງ, ກອງພັນ,ໂຮງຮຽນ ແລະ ພະນັກງານນັກຮົບຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ໃນພິທີ,ພັທ ເກດແກ້ວ ບຸນສະຫວັດ ຮອງຫົວໜ້າຫ້ອງການເມືອງປກສ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ, ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ຢູ່ແຂວງຈຳປາສັກ ຈໍານວນ 84 ສະຫາຍ,ຍິງ7 ສະຫາຍ.ໃນນັ້ນ,ເລື່ອນຊັ້ນພັນຕີ ຂຶ້ນເປັນພັນໂທ 16 ສະຫາຍ,ຮ້ອຍເອກ ຂຶ້ນພັນຕີ 11 ສະຫາຍ,  ຮ້ອຍໂທ ຂຶ້ນຮ້ອຍເອກ 35 ສະຫາຍ, ຍິງ4 ສະຫາຍ, ຮ້ອຍຕີ ຂຶ້ນຮ້ອຍໂທ 12 ສະຫາຍ,ຍິງ1 ສະຫາຍ, ວາທີ ຂຶ້ນຮ້ອຍຕີ 4 ສະຫາຍ, ສິບເອກ ຂຶ້ນວາທີ3 ສະຫາ,ຍິງ2 ສະຫາຍ,  ສິບໂທ ຂຶ້ນສິບເອກ1 ສະຫາຍ ແລະ ສິບຕີ ຂຶ້ນສິບໂທ 2 ສະຫາຍ.

ໃນໂອກາດນີ້, ພັອ ຖາວອນ ບຸນກອງພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້,ເຊິ່ງສະແດງໃຫ້ເຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ໄດ້ຮັບຜົນສຳເລັດຕາມການມອບໝາຍ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະ ຫາຍທີ່ໄດ້ຮັບການເລື່ືອນຊັ້ນ ຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບໃຫ້ສູງ, ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດຕາມທີ່ພັກລັດ ແລ ະປະຊາຊົນມອບໝາຍໃຫ້.

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ:ໃນວັນດຽວກັນ, ກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ຄະນະຮັບຜິດຊອບຄູຝຶກ ແລະ ນັກກິລາບານເຕະ ປກສ ແຂວງຈຳປາສັກ ທີ່ໄດ້ມີສ່ວນຮ່ວມໃນການສົ່ງນັກກິລາບານເຕະ ປກສ ແຂວງເຂົ້າຮ່ວມປະສົມທິມນັກກິລາບານເຕະຂອງແຂວງຈຳປາສັກ ເຂົ້າຮ່ວມການແຂ່ງຂັນຢູ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບ ຮອບ 45 ປີ ພ້ອມທັງໄດ້ຮັບຂັນລາງວັນຊະນະເລີດທົ່ວປະເທດ ມີທັງໝົດ 32 ສະຫາຍ,ໂດຍການມອບໃບຍ້ອງຍໍຂອງ ພັອ ຖາວອນ ບຸນກອງພິມ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ.