ຜູ້ຂັບຂີ່ລົດຈີບໂຕໂຢຕ້າເຊີບ ຫຼັບໃນ ຂັບຕໍາເຂົ້າທ້າຍລົດຈັກ. ຈາກນັ້ນ, ເສຍຫຼັກຕໍາເອົາຄົນເກັບຜັກແຄມທາງ ເຫດການຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 2 ຄົນຢູ່ເສັ້ນທາງເລກທີ 11 ເຂດບ້ານສະໄກ ເມືອງສັງທອງ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນເວລາ 6:30 ໂມງຂອງວັນທີ 14 ທັນວາ 2020, ກ່ອນເກີດເຫດ ທ້າວ ລາດຊະພອນ ອາຍຸ 26 ປີ ກຳມະກອນ ຢູ່ບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຂັບຂີ່ລົດຈີບ ໂຕໂຢ ຕ້າເຊີບ ໝາຍເລກທະບຽນ ກຂ 4724 ກຳແພງນະຄອນ ອອກຈາກບ້ານສີໄຄທົ່ງ ເພື່ອມຸ່ງໜ້າໄປເມືອງສັງທອງ ດ້ວຍຄວາມໄວ ພໍຮອດຈຸດເກີດເຫດເຂດບ້ານສະໄກ ເກີດອາການຫຼັບໃນຕໍາເອົາທ້າຍລົດຈັກເວບ ບໍ່ມີປ້າຍທະບຽນ ຂັບຂີ່ ໂດຍ ນາງ ຕຸ່ນ ອາຍຸ 35 ປີ ປະຊາຊົນຢູ່ບ້ານສະໄກ ຂັບຂີ່ໃນທິດທາງດຽວກັນ ລາກເອົາຄົນ ແລະ ລົດຈັກຕິດກັນຊົນໜ້າລົດໄປ ປະມານ 20 ກວ່າ ແມັດ ກ່ອນຮ່າງຂອງນາງ ຕຸ່ນ ກະເດັນອອກຈາກກັນຊົນລົດພົ້ງລົງຂ້າງທາງ. ຈາກນັ້ນ, ລົດຄັນດັ່ງກ່າວໄດ້ເສຍຫຼັກລົງຂ້າງທາງຕໍາເອົາແມ່ຕູ້ຫວານ ອາຍຸ 69 ປີ ຢູ່ບ້ານສະໄກ ທີ່ກຳ ລັງເກັບຜັກກາດປູກໄວ້ຢູ່ໜ້າເຮືອນແຄມທາງພົ້ງກະເດັນ ໃນ ຂະນະນີ້ ຜູ້ຂັບຂີ່ຮູ້ສຶກຕົວຫັກພວງມະໄລກັບ ຂຶ້ນເລນທາງຈຶ່ງສາມາດຢຸດຈອດລົດໄດ້ລວມໄລ ຍະທາງ ໃນການຕໍາທັງໝົດ 46,30 ຊັງຕີແມັດ.

ທ້າວ ລາດຊະພອນ ຍອມຮັບຕໍ່ເຈົ້າໜ້າທີ່ວ່າ: ກ່ອນເກີດເຫດຕົນເອງໄດ້ຂັບລົດມາແຕ່ບ້ານແຕ່ເຊົ້າ. ພໍຮອດຈຸດເກີດເຫດຕົນເກີດມີອາການອ່ອນເພຍຢາກນອນ ແລ້ວຫຼັບໃນ ແຕ່ບໍ່ຮູ້ວ່າລົດຂອງຕົນເກີດອຸບັດຕິເຫດ ກ່ອນລົດເສຍຫຼັກລົງຂ້າງທາງ ຕົນຈຶ່ງຮູ້ສຶກໂຕແລ້ວຄວບຄຸມລົດກັບຂຶ້ນມາແລນທາງໄດ້ກ່ອນໄດ້ຍິນສຽງຄົນຮ້ອງຈໍານວນຫຼາຍ ຕົນຈຶ່ງຈອດລົດລົງມາເບິ່ງ ຈຶ່ງຮູ້ວ່າລົດຂອງຕົນຕໍາເອົາລົດຈັກ ກ່ອນເສຍຫຼັກ ລົງຂ້າງທາງຕໍາເອົາຄົນເກັບຜັກ.

ຕໍ່ກັບຄະດີທີ່ເກີດຂຶ້ນນີ້, ເຈົ້າໜ້າທີ່ກອງຄະດີອຸບັດຕິເຫດ ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກຳລັງເລັ່ງເກັບກຳຂໍ້ມູນ ຫຼັກຖານ, ເອົາຄໍາໃຫ້ການພະຍານທີ່ເຫັນເຫດການ ເພື່ອສະຫຼຸບສຳນວນຄະດີສົ່ງໄອຍະການຟ້ອງສານຕັດສິນ.