ລັດຖະມົນຕີ ກະຊວງ ປກສ ເນັ້ນໃຫ້ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້

0
1668

ໃນວັນທີ 16 ທັນວາ 2020 ( ມື້ທີ 2 ) ໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2020, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ໄດ້ເນັ້ນໃຫ້ຄະນະພັກຄະນະບັນຊາ,ກົມກອງ ທ້ອງຖິ່ນ ແລະ ກົມກອງອ້ອມຂ້າງກະຊວງ ສຸມໃສ່ການຊີ້ບັນຊາຢ່າງໃກ້ສິດໃນການປະຕິບັດໜ້າທີ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເພື່ອປົກປັກຮັກສາຄວາມສະຫງົບ,ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ທ່ານລັດຖະມົນຕີ ກະຊວງ ປກສ ໄດ້ກ່າວວ່າ: ປີ 2021ທີ່ຈະມາເຖີງນີ້, ຄະນະພັກຄະບັນຊາແຕ່ລະຂັ້ນ ຕ້ອງສຸມໃສ່ການຊີ້ນຳບັນຊາຢ່າງໃກ້ຊິດຕິດແທດ,ປະສານສົບທົບກັບອົງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນໃນການຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງມີຈຸດສຸມ ຕິດພັນກັບການສ້າງບ້ານ,ກຸ່ມບ້ານພັດທະນາ ຕາມທິດ 3 ສ້າງ ຢູ່ພື້ນທີ່ຫຼໍ່ແຫຼມ,ບໍລິເວນຊາຍແດນ.ໃນນີ້,ໃຫ້ສຸມໃສ່ປັບປຸງຄືນດ້ານຈຳນວນພົນ,ລະດັບມາດຖານຂອງພະນັກງານ,ຈຸດໃດທີ່ເຫັນວ່າສະພາບປົກກະຕິ,ທ້ອງຖິ່ນມີຄວາມສາມາດຄຸ້ມຄອງເອງ ແມ່ນໃຫ້ສະເໜີຂັ້ນເທິງມອບໂອນໃຫ້ທ້ອງຖິ່ນເປັນຜູ້ຄຸ້ມຄອງ,ຈຸດໃດທີ່ມີຄວາມຫຼໍ່ແຫຼມຍາກແກ່ການຄຸ້ມຄອງ ແມ່ນໃຫ້ສະເໜີສ້າງຕັ້ງເພີ່ມ.

ນອກນັ້ນ,ເອົາໃຈໃສ່ຊີ້ນໍາວຽກງານກຽມພ້ອມສູ້ຮົບ ເພື່ອສາມາດແກ້ໄຂສະພາບການໄດ້ໃນທຸກກໍລະນີ, ຢາກຮັບປະກັນວຽກງານກຽມພ້ອມສູ້ຮົບ ບັນດາສະຫາຍຕ້ອງເອົາໃຈໃສ່ໃນການຄຸ້ມຄອງກໍາລັງພົນ,ການຄຸ້ມຄອງພາຫະນະເຕັກນິກອາວຸດກະສູນ ແລະວຽກງານຮັບປະກັນດ້ານພະລາທິການ.ໃນນັ້ນ, ດ້ານກໍາລັງພົນ ຕ້ອງຈັດຕັ້ງອົບຮົມຫັດແອບເປັນປົກກະຕິ, ຕໍ່ເນື່ອງ ເພື່ອໃຫ້ອ້າຍນ້ອງມີຄວາມສໍານິຊໍານານ, ມີສະຕິກຽມພ້ອມສູ້ຮົບ.

ທ່ານກ່າວຕື່ມອີກວ່າ: ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ, ທັງດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ,ດຳເນີນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX,ສະມາຊິກສະພາຂັ້ນແຂວງ-ນະຄອນຫຼວງ ຊຸດທີ II; ບົນຈິດໃຈປະຢັດມັດທະຍັດໃນການ ຈັດຕັ້ງສະເຫຼີມສະຫຼອງວັນຕັ້ງກຳລັງ ປກສ ແມ່ນໃຫ້ຖືເອົາວຽກງານການເມືອງເປັນສໍາຄັນ,ຈັດຕັ້ງປາຖະກະຖາເລົ່າມູນເຊື້ອ,ປະຕິບັດນະໂຍ ບາຍຍ້ອງຍໍ,ເລື່ອນຊັ້ນ,ລົງພົບປະຢ້ຽມຢາມພະນັກງານປະຕິວັດອາວຸໂສບໍານານ ແລະ ພະນັກງານທີ່ເຈັບປ່ວຍຢູ່ໂຮງໝໍ ແລະ ຂະບວນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະປິ່ນອ້ອມອື່ນໆໃຫ້ກວ້າງຂວາງ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ