ໃນວັນທີ 11 ທັນວາ 2020, ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງຊຸກຍູ້ກ່ຽວກັບການຈັດຕັ້ງປະຕິບັດດຳລັດສະບັບເລກ ທີ 558/ລບ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ; ຄຳແນະນໍາຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 444/ປກສ, ກ່ຽວກັບວຽກງານກວດຄົນເຂົ້າ-ອອກເມືອງຢູ່ບັນດາປະຕູດ່ານໃນຂອບເຂດທົ່ວປະເທດ; ນໍາພາໂດຍ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມ ຕມ, ໂດຍມີ ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ ຕ້ອນຮັບ.

ພັທ ຄໍາມ່ວນ ເຈືອຕະກຣາງ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງຫຼວງນໍ້າທາ ໄດ້ລາຍງານສະພາບຈຸດພິເສດຂອງຫ້ອງສັນຕິບານ ໂດຍຫຍໍ້; ເຊິ່ງຫ້ອງສັນຕິບານ ປະກອບມີ 9 ພະແນກ, ມີຈຳນວນພົນທັງໝົດ 205 ສະຫາຍ ຍິງ 24 ສະຫາຍ; ມີປະຕູດ່ານ 4 ແຫ່ງ ຄື: ຕມ ສາກົນບໍ່ເຕ່ນ 1 ແຫ່ງ, ດ່ານທ້ອງຖິ່ນ 2 ແຫ່ງ (ດ່ານປາງໄຮ ແລະ ດ່ານຊຽງກົກ), ດ່ານປະເພນີບ້ານມອມ 1 ແຫ່ງ, ມີສະໜາມບີນ 1 ແຫ່ງ.

ພັອ ສາຍສະໝິງ ສີວິໄລ ໄດ້ແນະນໍາເພີ່ມເຕີມບາງດ້ານວ່າ: ນອກຈາກດຳລັດ 558/ລ ແລະ ຄຳແນະນໍາ 444/ປກສ ແລ້ວ, ໃຫ້ນໍາເອົາບົດລາຍງານ ສະບັບເລກທີ 236/ກຕມ ໄປຜັນຂະຫຍາຍໃນກອງປະຊຸມກ່ຽວກັບໂຄງການກວດກາ, ຄຸ້ມຄອງການເຊື່ອມໂຍງກັບຕ່າງປະເທດ ຂອງກົມໃຫຍ່ສັນຕິບານ ໃນການຈັດປະເພດດ່ານສາກົນໃຫ້ເປັນ 3 ລະດັບ; ແຜນການສະບັບເລກທີ 1218/ກຕມ ຂອງກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດຄົນເຂົ້າ-ອອກ ສປປ ລາວ ຢູ່ດ່ານ ຕມ ສາກົນໃນຂອບເຂດທົ່ວປະເທດ; ຂໍ້ຕົກລົງສະບັບເລກທີ 2477/ປກສ ວ່າດ້ວຍການສ້າງຕັ້ງໜ່ວຍງານຂອງບັນດາດ່ານ ຕມ ສາກົນ ໃຫ້ຂຶ້ນກັບກອງບັນຊາການ ປກສ ແຂວງ-ນະ ຄອນຫຼວງວຽງຈັນ.

ທັງນີ້, ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ໃຫ້ປະກົດຜົນເປັນຈິງ; ເຮັດໃຫ້ວຽກງານດັ່ງກ່າວມີຄວາມສະດວກຄ່ອງຕົວ ຮັບປະກັນທາງດ້ານງານ ແລະ ທັງເປັນການປະຕິບັດກົນໄກການຊີ້ນໍາມະຫາພາກຕາມສາຍຕັ້ງວິຊາສະເພາະຂອງກົມຕຳຫຼວດກວດຄົນເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ.