ກອງປະຊຸມວຽກງານວິສາຫະກິດ ແລະ ກຳລັງຮັກສາຄວາມປອດໄພທົ່ວປະເທດ ຄັ້ງທີ V

0
1253

ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານວິສາຫະກິດ ແລະ ກຳລັງຮັກສາຄວາມປອດໄພ ຄັ້ງທີ V ປະຈຳປີ 2020, ຂຶ້ນໃນລະຫວ່າງວັນທີ 16-17 ທັນວາ 2020, ເປັນປະທານໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງ ປກສ ທັງເປັນຜູ້ຊີ້ນຳວຽກງານຮັກສາຄວາມປອດໄພທົ່ວປະເທດ, ມີບັນດາຄະນະພັກ ຄະນະບັນຊາກົມກອງອ້ອມຂ້າງກະຊວງ, ພ້ອມດ້ວຍກອງບັນ ຊາການ ປກສ ແຂວງທົ່ວປະເທດເຂົ້າຮ່ວມ.

ພັອ ກຽງຄໍາ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ກະຊວງປ້ອງກັນຄວາມສະຫງົບ ໃນຖານະເປັນອົງການຄຸ້ມຄອງ ວິສາຫະກິດ ແລະ ກໍາລັງຮັກສາຄວາມປອດໄພ ໄດ້ຈັດຕັ້ງຄະນະຮັບຜິດຊອບລົງເກັບກໍາວິສາຫະກິດຮັກສາຄວາມປອດໃນຂອບເຂດທົ່ວປະເທດ.ໃນນີ້,ວິສາຫະ ກິດ ຮັກສາຄວາມປອດໄພ ໃນທົ່ວປະເທດ ມີ 23 ຫົວໜ່ວຍທຸລະກິດ ແລະ ມີ 7 ສາຂາ, ມີກຳລັງທັງໝົດ 6.000 ກວ່າຄົນ ຍິງ 500ກວ່າຄົນ, ຜູ້ເຮັດບໍລິຫານ 477 ຄົນ,ມີ ຍິງ 92 ຄົນ, ກຳລັງຮັກສາຄວາມປອດໄພ 6.000 ກວ່າຄົນ,ມີ ຍິງ 446 ຄົນ ແລະ ກໍາລັງຮັກສາຄວາມປອດໄພ ໄດ້ຝຶກອົບຮົມວຽກງານຮັກສາຄວາມປອດໄພ 6.309 ຄົນ ຍິງ 400 ກວ່າຄົນ. ມີສັນຍາບໍລິການກັບລູກຄ້າ ທັງໝົດ 1.529 ສັນຍາ.ໃນນັ້ນ, 4 ສັນຍາ ລົງມາມີ 1 ຫົວໜ່ວຍວິສາຫະກິດ, 5 ຫາ 10 ສັນຍາ ມີ 1 ຫົວໜ່ວຍ, 11 ສັນຍາ ຫາ 20 ສັນຍາ ມີ 5 ຫົວໜ່ວຍ, 21 ສັນຍາຫາ 40 ສັນຍາ ມີ 4 ຫົວໜ່ວຍ, 41 ສັນຍາ ຫາ 99 ສັນຍາ ມີ 8 ຫົວໜ່ວຍ, 100 ສັນ ຍາ ຂຶ້ນໄປ ມີ 4 ຫົວໜ່ວຍ ລວມມູນຄ່າລາຍຮັບຕາມສັນຍາຕໍ່ເດືອນ 10.568.115.801 ກີບ.

ໃນນີ້, ກິດຈະກໍາບໍລິການຮັກສາຄວາມປອດໄພຈຸດທີ່ຕັ້ງ ມີ 23 ຫົວໜ່ວຍວິສາຫະກິດ, ບໍລິການຮັກສາຄວາມປອດໄພໃຫ້ບຸກຄົນ ມີ 2 ຫົວ ໜ່ວຍ, ບໍລິການຂົນສົ່ງເງິນຕາຊັບສິນວັດຖຸສິ່ງຂອງມີຄ່າ ມີ 2 ຫົວໜ່ວຍ, ບໍລິການຮັກສາຄວາມປອດໄພ ດ້ວຍລະບົບເຕັກນິກ ມີ 1ຫົວ ໜ່ວຍ, ບໍລິການຝຶກອົບຮົມວຽກງານຮັກສາຄວາມປອດໄພ 2 ຫົວໜ່ວຍ ແລະ ບໍລິການຮັກສາຄວາມປອດໄພ ລັກສະນະ ຊົ່ວຄາວ ມີ 6 ຫົວ ໜ່ວຍວິສາຫະກິດ. ໄປຄຽງຄູ່ກັບການຝຶກອົບຮົມກຳລັງຮັບສະພາບການຝຶກອົບຮົມກຳລັງຮັກສາຄວາມປອດໄພ ບັນລຸເປົ້າໝາຍ, ສ້າງຄວາມເຊື່ອໝັ້ນແລະຄວາມເພິ່ງພໍໃຈໃຫ້ກັບລູກຄ້າ ຮັບປະກັນໃຫ້ມີຄຸນນະພາບ ທາງດ້ານວິຊາສະເພາະ ແລະ ຄວາມໜັກແໜ້ນທາງດ້ານການເມືອງ ແນວຄິດ ຂອງກຳລັງຮັກສາຄວາມປອດໄພ ເຮັດໃຫ້ທຸລະກິດບໍລິການຄວາມປອດໄພເຕີບໃຫຍ່ຂະຫຍາຍຕົວ, ການບໍລິການຮັບໃຊ້ສັງຄົມ ມີຄຸນນະພາບ ແລະ ປະສິດທິຜົນ.

ໃນກອງປະຊຸມ,ໄດ້ຮັບຟັງການເຜີຍແຜ່ດຳລັດວ່າດ້ວຍວິສາຫະກິດຮັກສາຄວາມປອດໄພ ປະກອບມີ 9    ໝວດ 74 ມາດຕາ,ທີ່ໄດ້ກໍານົດຫຼັກການ,ລະບຽບການແລະມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາວິສາຫະກິດຮັກ ສາຄວາມປອດໄພ ເພື່ອເຮັດໃຫ້ ການຮັກ ສາຄວາມປອດໄພ ມີປະສິດທິພາບ,ປະສິດທິຜົນແນໃສ່ຮັກສາຄວາມສະຫງົບທາງດ້ານການເມືອງແລະຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງສາມາດເຊື່ອມໂຍງພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຊາດ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ