ໃນໄລຍະເດືອນທັນວາ 2020, ກອງພັນນ້ອຍທະຫານຮາບ 404 ທີ່ຂຶ້ນກັບກອງພັນໃຫຍ່ 201 ກອງພົນທີ 2 ໄດ້ສໍາເລັດການຫັດແອບຊ້ອມຮົບເທິງ ແຜນທີ່ ພ້ອມທັງໄດ້ນໍາໃຊ້ໜຶ່ງກອງຮ້ອຍ ທະຫານຮາບຍິງລູກປືນແທ້ ປະຈໍາປີ 2020; ໂດຍມີ ພັອ ຄຳດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2, ພ້ອມດ້ວຍຄະນະພັກ-ຄະນະບັນຊາກອງພັນໃຫຍ່, ຄະນະຊີ້ນຳການຫັດແອບ, ແຂກຮັບເຊີນ ພ້ອມດ້ວຍນາຍ ແລະ ພົນທະຫານ ເຂົ້າຮ່ວມ.

ພັທ ຄໍາແສງ ພັນອີນດາ ຫົວໜ້າການທະຫານ ກອງພັນໃຫຍ່ 201 ກວ່າວ່າ: ການຫັດແອບຊ້ອມຮົບຄັ້ງນີ້ ກໍເພື່ອກວດກາຕີລາຄາຄືນການຊີ້ນໍາ-ນຳ ພາ-ບັນຊາກົມກອງ; ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານບັນຊາຢູ່ກົມກອງໃຫ້ກໍາແໜ້ນທິດສະດີຫຼັກການ, ລຳດັບບາດກ້າວໃຫ້ມີຄວາມຊຳນິຊຳນານຄ່ອງແຄ້ວສາມາດບັນຊາກົມກອງ ແລະ ແກ້ໄຂກໍລະນີຕ່າງໆໃນຂົງເຂດວິຊາສະເພາະຂອງຕົນຢ່າງຖືກຕ້ອງ, ຊັດເຈນ ແລະ ທັນເວລາ; ທັງເປັນການກວດກາຕີລາຄາຄວາມຮູ້, ຄວາມສາມາດ ແລະ ຄຸນນະພາບຂອງພະນັກງານນໍາພາ-ບັນຊາ, ຜ່ານການອົບຮົມ-ຫັດແອບຊ້ອມຮົບພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຫັນວ່າມີຜົນສໍາເລັດຫຼາຍດ້ານສາມາດບັນລຸໄດ້ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້; ບັນດາສະລະຫາຍ ແລະ ຄູ-ອາຈານໄດ້ພ້ອມກັນປະຕິບັດຕາມຫຼັກການທິດສະດີແຕ່ລະຈັງຫວະ, ແຕ່ລະບາດ ກ້າວໄດ້ຢ່າງເຂັ້ມງວດ ເຊິ່ງສະແດງອອກຕະຫຼອດໄລຍະການອົບຮົມ-ຫັດແອບພາກທິດສະດີ ກໍຄືພາກປະຕິບັດຕົວຈິງ ສາມາດຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ 100%.

ໃນຕອນທ້າຍ, ພັທ ຄໍາແສງ ພັນອີນດາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຄະນະຊີ້ນໍາ, ຄູ-ອາຈານ ແລະ ນັກຍິງປືນ ແຕ່ລະສະຫາຍ ທີ່ໄດ້ ພ້ອມກັນຜ່ານຜ່າຂໍ້ຫຍຸ້ງຍາກທຸກປະການ ແລະ ປະຕິບັດຂໍ້ກໍານົດຫຼັກການ ຈັງຫວະ, ບາດກ້າວໄດ້ຢ່າງເຂັ້ມງວດ ແລະ ສາມາດຮັບໄດ້ຄວາມປອດໄພ 100%; ໄດ້ກ່າວຕື່ມອີກວ່າການອົບຮົມ -ຫັດແອບຄັ້ງນີ້ກໍເພື່ອເປັນການຝຶກຝົນ ຫຼ່ໍຫຼອມໃຫ້ບັນດານາຍ ແລະ ພົນທະ ຫານມີຄວາມຊໍານິຊໍານານທາງສິນລະ ປະຍຸດ, ຍຸດທະວິທີ ແລະ ການນໍາໃຊ້ ອາວຸດ-ຍຸດໂທປະກອນທີ່ທັນສະໄໝ, ທັງເປັນການປັບປຸງກໍ່ສ້າງກໍາລັງ ກໍຄືສ້າງ ກອງທັບໃຫ້ກາຍເປັນກອງທັບທີ່ມີລະ ບຽບແບບແຜນທັນສະໄໝ ແລະ ສ້າງ ກອງທັບໃຫ້ມີຄວາມພ້ອມໃນການປະຕິບັດໜ້າທີ່ ການເມືອງອັນໃໝ່ໄດ້ທຸກສະພາບການ.