ວັນທີ 16 ທັນວາ ທີ່ຜ່ານມາ, ກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ; ເຊິ່ງປະດັບຊັ້ນໂດຍ ພັອ ແສງປະເສີດ ສຸທໍາມະວົງ ຫົວໜ້າກົມສື່ສານ, ມີຄະນະພະແນກ, ຫ້ອງການພ້ອມດ້ວຍ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນພິທີ, ພັທ ຄໍາເພື່ອນ ນາມມະວົງ ຫົວໜ້າພະແນກການເມືອງ ກົມສື່ສານ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 4620 ແລະ 4630/ກມປສ ລົງວັນທີ 30 ພະຈິກ 2020 ວ່າດ້ວຍ ການປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກົມສື່ສານ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ ຍິງ 1 ສະຫາຍ
  • ຊັ້ນວາທີ ຂຶ້ນ ຮ້ອຍຕີ 1 ສະຫາຍ
  • ສິບໂທ ຂຶ້ນ ສິບເອກ 3 ສະຫາຍ

ໂອກາດດຽວກັນ, ທ່ານຫົວໜ້າກົມສື່ສານ ຍັງໄດ້ຍ້ອງຍໍຊົມເຊີຍບັນດາສະຫາຍທີ່ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມທີ່ໄດ້ຮັບມອບໝາຍຢ່າງຕັ້ງໜ້າໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ບັນສະຫາຍຜູ້ທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງພ້ອມກັນເອົາໃຈໃສ່ສ້າງຜົນງານ ແລະ ເຮັດວຽກວິຊາສະເພາະຢ່າງຂຸ້ນຂ້ຽວ, ເຂັ້ມແຂງ-ໜັກແໜ້ນຕໍ່ໜ້າທີ່ການເມືອງ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ເພື່ອພ້ອມກັນເຮັດສໍາເລັດທຸກວຽກງານ ຕາມທີ່ຂັ້ນເທິງມອບໝາຍໃຫ້ເປັນກ້າວໆ.