ເມືອງແກ່ນທ້າວ ສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາປີ 2020

0
825

ວັນທີ 16 ທັນວາ ຜ່ານມາ, ກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນພາຍໃນ ປະຈໍາປີ 2020 ແລະ ທິດທາງແຜນການ ປີ 2021,ໂດຍມີ ທ່ານ ອໍາຄາ ລັດສະໝີ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ພ້ອມດ້ວຍ ພັທ ສະເຫວີຍ ແສງອາພອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງ,ມີຫົວໜ້າ,ຮອງຫົວໜ້າຫ້ອງການ,ກົມກອງ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ,ໄດ້ພ້ອມກັນສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນພາຍໃນ ປະຈໍາປີ 2020 ແລະ ທິດທາງແຜນການປີ 2001 ເຊິ່ງເມືອງແກ່ນທ້າວ ມີໜ່ວຍປ້ອງກັນຕົວ 14 ໜ່ວຍ ມີຈໍານວນພົນ 240 ກວ່າຄົນ.ໃນ 1 ປີຜ່ານມາ, ໄດ້ເອົາໃຈໃສ່ລົງຕິດຕາມ, ກວດກາກະຕຸກຊຸກຍູ້ໜ່ວຍປ້ອງກັນຕົວຂອງສໍານັກງານອົງການຢູ່ພາຍໃນເມືອງ ເພີ່ມທະວີເອົາໃຈໃສ່ໃນການກໍາແໜ້ນສະພາບແນວຄິດແລະ ການເຄື່ອນໄຫວຂອງພະນັກງານ-ລັດຖະກອນຢູ່ແຕ່ລະຂົງເຂດຢ່າງເປັນປົກກະຕິ,ຈັດຕັ້ງວິຊາສະເພາະລົງກວດກາ ແລະ ເກັບກໍາສະຖິຕິອາວຸດ ປືນ ແລະ ລູກປືນ ຂອງພະນັກງານ,ນັກທຸລະກິດ ແລະ ພະນັກງານຢູ່ພາຍໃນເມືອງ ໄດ້ 60 ກວ່າກະບອກ. ພ້ອມນີ້, ກອງປະຊຸມ ຍັງໄດ້ເຜີຍແຜ່ເຊື່ອມຊຶມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 93 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກໍາລັງກອງຫຼອນ, ປກສ ບ້ານ, ປກສ ກຸ່ມບ້ານ,ກໍາລັງປ້ອງກັນພາຍໃນ ແລະ ກໍາລັງປ້ອງກັນຕົວ, ຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 881/ຈມ.ກທ ວ່າດ້ວຍການແຕ່ງຕັ້ງໜ່ວຍງານປ້ອງກັນສໍານັກງານອົງການອ້ອມຂ້າງເມືອງ.

ໂອກາດນີ້, ທ່ານ ອໍາຄາ ລັດສະໝີ ໄດ້ເນັ້ນໃຫ້ແຕ່ລະພາກສ່ວນເອົາໃຈໃສ່ຕິດຕາມ,ກວດກາເກັບກໍາສະພາບຂອງສໍານັກງານອົງການ, ພະນັກ ງານລັດຖະກອນຢູ່ພາຍໃນເມືອງໃຫ້ຕໍ່ເນື່ອງ, ສົມທົບກັບບັນດາໜ່ວຍປ້ອງກັນພາຍໃນຂອງຫ້ອງການອ້ອມຂ້າງເມືອງ ເອົາໃຈໃສ່ປ້ອງກັນເວນຍາມແລະຕິດຕາມກວດກາກໍາແໜ້ນດ້ານແນວຄິດແລະການເຄື່ອນ ໄຫວຂອງພະນັກງານລັດຖະກອນ ເພື່ອຕ້ານແລະສະກັດກັ້ນປະກົດ ການຫຍໍ້ທໍ້ຕ່າງໆທີ່ອາດຈະເກີດຂຶ້ນໃຫ້ທັນເວລາ, ທັງຮັບປະກັນໃຫ້ບັນດາຈຸດທີ່ຕັ້ງເສດຖະກິດທີ່ສໍາຄັນຂອງເມືອງ,ສໍານັກງານອົງການຂອງພັກລັດມີຄວາມສະຫງົບປອດໄພ.