ສະຫະພັນແມ່ຍິງຮາກຖານ ປກສ ເມືອງບໍລິຄັນ ເປິດກອງປະຊຸມໃຫຍ່ ຄັ້ງທີ IV

0
1167

ວັນທີ 15 ທັນວາ ຜ່ານມາ, ສະຫະພັນແມ່ຍິງຮາກຖານ ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV , ໂດຍການເປັນປະທານ ຂອງສະຫາຍ ຮອ ນາງ ພູຊອນ ປັນຍານຸວົງ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ປະທານສະຫະພັນແມ່ຍິງຮາກຖານ ປກສ ເມືອງບໍລິຄັນ, ມີສະຫາຍ ນາງ ຕຸ່ນຄໍາ ແກ່ນບ່າວສະຫວ່າງ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ປະທານສະຫະພັນແມ່ຍິງ ເມືອງບໍລິຄັນ, ສະຫາຍ ພັທ ແກ້ວສຸວັນ ວັນນະແຝງ ຄະນະປະຈຳພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ, ພ້ອມດ້ວຍບັນດາຫົວໜ້າໜ່ວຍສະຫະພັນແມ່ຍິງອ້ອມຂ້າງເມືອງ ແລະ ສະມະຊິກແມ່ຍິງທົ່ວກອງບັນຊາການ ປກສ ເມືອງເຂົ້າ ຮ່ວມ.

ໃນກອງປະຊຸມ,ສະຫາຍ ຮອ ນາງ ພູຊອນ ປັນຍານຸວົງ ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ສະຫະພັນແມ່ຍິງຮາກຖານ ກອງບັນຊາການ ປກສ ເມືອງບໍລິຄັນ ໄດ້ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຊີ້ນຳນຳພາສຶກສາອົບຮົມການເມືອງແນວຄິດໃຫ້ ແກ່ສະມາຊິກແມ່ຍິງ,ສ້າງຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ,ຮູ້ຈຳແນກໄດ້ມິດ,ສັດຕູຢ່າງຈະແຈ້ງ,ເຮັດໃຫ້ສະມາຊິກແມ່ຍິງທຸກສະຫາຍ ເຫັນໄດ້ຄວາມໝາຍຄວາມສຳຄັນສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ເຮັດໃຫ້ທຸກຄົນມີຄວາມບຸກບືນຜ່ານຜ່າຕໍ່ຄວາມຫຍຸ້ງຍາກ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ປະຕິບັດໜ້າທີ່ວິຊາສະເພາະທີ່ຖືກມອບໝາຍໄດ້ສຳເລັດ ຄື:ວຽກງານຫ້ອງການ,ວຽກງານສັນຕິບານ, ວຽກງານຕຳຫຼວດ, ວຽກງານຄຸ້ມຄອງສຳມະໂນຄົວ, ວຽກງານພະລາທິການ, ວຽກງານການເມືອງ ແລະ ວຽກງານກຸ່ມບ້ານ, ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານ.

ໃນໄລຍະ 4 ປີ ຜ່ານມາ, ສະຫະພັນແມ່ຍິງຮາກຖານ ກອງບັນຊາການ ປກສ ເມືອງບໍລິຄັນ ສາມາດຄັດເລືອກຄອບຄົວຕົວແບບອອກເປັນ 3 ປະເພດ ຄື: ຄອບຄົວສາມດີ ມີ 20 ຄອບຄົວ,ຄອບຄົວວັດທະນະທໍາ ມີ 24 ຄອບຄົວ ແລະ ຄອບຄົວພັດທະນາດີ ມີ 21 ຄອບຄົວ, ສະຫະພັນແມ່ຍິງຮາກຖານ ກອງບັນ ຊາການ ຍັງມີເງິນກອງທຶນສະສົມ ເພື່ອຊ່ວຍເຫຼືອນະໂຍບາຍສະມາຊິກແມ່ຍິງໃນຍາມຂາດເຂີນ, ເຈັບເປັນ, ເກີດລູກ, ນອນໂຮງໝໍ, ປັດຈຸບັນ ມີເງິນກອງທຶນສະສົມ ຈຳນວນ 21.760.000 ກີບ.

ຕອນທ້າຍກອງປະຊຸມ, ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະສະຫະພັນແມ່ຍິງຮາກຖານ ກອງບັນຊາການ ປກສ ເມືອງບໍລິຄັນຊຸດໃໝ່, ມີຜູ້ສະ ໝັກ 5 ສະຫາຍ.ໃນນັ້ນ, ເລືອກເອົາ 3 ສະຫາຍ, ຜ່ານການປ່ອນບັດເລືອກຕັ້ງ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກເລືອກໄດ້ ສະຫາຍ ຮອ ນາງ ພູຊອນ ປັນຍານຸວົງ ເປັນປະທານ ຮັບຜິດຊອບຊີ້ນຳນຳພາລວມ, ສະຫາຍ ພັຕ ນາງ ຫຼ້າຊ້ອນ ສຸພັນສາ ເປັນຮອງປະທານ ຮັບຜິດຊອບວຽກງານເສດຖະກິດ,ຂະບວນການ ແລະ ສະຫາຍ ຮອ ນາງ ວຽງຄຳ ພັດສະນົນ ເປັນຄະນະ ຮັບຜິດຊອບວຽກງານວັດທະນະທຳ-ສັງຄົມ ແລະ ກວດກາ.