ບໍລິສັດ ຕຣີເພັດ ອີຊູຊຸ ເຊວສ໌ ຈໍາກັດ ອວຍພອນຄະນະກົມສື່ມວນຊົນ ເນື່ອງໃນໂອກາດປີໃໝ່ ຄສ 2021

0
682

ໃນອາທິດຜ່ານມາ, ບໍລິສັດ ຕຣີເພັດ ອີຊູຊຸ ເຊວສ໌ ຈໍາກັດ ນໍາໂດຍ ທ່ານ ນາງ ວາລະນີ ອີນສີຊຽງໃໝ່ ພະ ນັກງານບໍລິຫານ ແລະ ການຕະ ຫຼາດປະຊາຊຳພັນ ຂັ້ນອາວຸໂສ ແລະ ຕາງໜ້າບໍລິສັດ ບຣາເດີ ຄອມເມີຊຽວ (ປະເທດໄທ) ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເອົາກະຕ່າງຂອງຂວັນ ເຂົ້າອວຍພອນ ຄະນະກົມກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2020 ຕ້ອນຮັບປີໃໝ່ ຄສ 2021, ຕາງ ໜ້າຮັບໂດຍ ພັທ ວັນຄໍາ ສາຍຕາແກ້ວ ຮອງຫົວໜ້າກົມສື່ມວນຊົນ ພ້ອມດ້ວຍຄະນະກົມ ແລະ ຫົວໜ້າພະແນກເຂົ້າຮ່ວມ.

ທ່ານ ນາງ ວາລະນີ ອີນສີຊຽງໃໝ່ ກ່າວວ່າ: ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2020 ຕ້ອນຮັບປີໃໝ່ ຄສ 2021 ທີ່ຈະມາເຖິງໃນມໍ່ນີ້ ໃນນາມຕາງໜ້າສອງບໍລິສັດ ຂໍອວຍພອນໄຊ ມາຍັງຄະນະພັກ-ຄະນະກົມສື່ມວນຊົນປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານ-ນັກ ຮົບທຸກທົ່ວໜ້າ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ;ສືບຕໍ່ຊີ້ນໍາ-ນໍາພາກໍາລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ.

ໂອກາດດັ່ງກ່າວ: ພັທ ວັນຄໍາ ສາຍຕາແກ້ວ ກໍໄດ້ສະແດງຄວາມຂອບໃຈ ມາຍັງ ບໍລິສັດ ຕຣີເພັດ ອີຊູຊຸ ເຊວ ສ໌ ຈໍາກັດ ແລະ ບໍລິສັດ ບຣາເດີ ຄອມເມີຊຽວ(ປະເທດໄທ)ຈໍາກັດ ທີ່ຍາມໃດກໍເຫັນໄດ້ຄວາມໝາຍ-ຄວາມ ສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ເວົ້າລວມ, ເວົ້າສະ ເພາະແມ່ນວຽກງານສື່ມວນຊົນ ຜ່ານມາກໍໄດ້ມີການອຸປະຖໍາມາໂດຍຕະຫຼອດ ນະໂອກາດນີ້ ຈຶ່ງອວຍພອນໄຊມາຍັງປະທານ ພ້ອມດ້ວຍພະ ນັກງານພາຍໃນ 2 ບໍລິສັດ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນການເຮັດທຸລະກິດ, ເຮັດໃຫ້ການດຳເນີນກິດຈະການຄ້າ-ຂາຍ ຈົ່ງຈະເລີນຮຸ່ງເຮືອງຂຶ້ນເທື່ອລະກ້າວ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ