ຫ້ອງວ່າການ ກະຊວງ ປກສ ປະກາດການຈັດຕັ້ງ

0
1418

ໃນວັນທີ 23 ທັນວາ 2020, ຫ້ອງວ່າການ ກະຊວງ ປກສ ໄດ້ປະກາດການຈັດຕັ້ງຂັ້ນຮອງຫົວໜ້າກົມ,ໂດຍມີ ພັອ ກຽງຄໍາ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ,ພ້ອມດ້ວຍຄະນະຫ້ອງວ່າການ,ຫົວ ໜ້າ-ຮອງກົມ, ພະແນກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ສີວັນທາ ເພຍສາຂາ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຜ່ານຂໍ້ຕົກລົງຂອງລັດຖະ ມົນຕີກະຊວງ ປກສ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບຫ້ອງວ່າການ, ໂດຍອີງຕາມກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສະບັບລົງວັນທີ 9 ພຶດສະພາ 2017, ອີງຕາມ ດໍາລັດຂອງນາ ຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ປກສ ສະບັບເລກທີ 306/ນຍ, ລົງວັນທີ 19 ກັນຍາ 2018,ອີງຕາມໜັງສືສະເໜີຂອງກົມໃຫຍ່ການເມືອງ ກະຊວງ ປກສ ກ່ຽວກັບການສະເໜີຂໍອະນຸມັດແຕ່ງ ຕັ້ງນາຍຕໍາຫຼວດ ສະບັບເລກທີ 4778/ກມປສ, ລົງວັນທີ 16 ທັນວາ 2020, ລັດຖະ ມົນຕີກະຊວງ ປກສ ຕົກລົງແຕ່ງຕັ້ງ ພັທ ທະນົງສັກ ເທບພະວົງ ເປັນຮອງຫົວໜ້າກົມເສນາທິການ, ແຕ່ງຕັ້ງ ພັທ ສຸກສະຫວັນ ສີສົມບັດ ເປັນຮອງຫົວໜ້າກົມເລຂາ.

ໃນພິທີ, ພັອ ກຽງຄໍາ ອິນແພງທະວົງ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບການເລື່ອນຂັ້ນເປັນຮອງຫົວໜ້າກົມຄັ້ງນີ້, ເຊິ່ງສະ ແດງເຖີງຜົນງານອັນໃຫຍ່ຫຼວງຂອງສະຫາຍທີ່ເຮັດໄດ້ໃນໄລຍະຜ່ານມາ ຈິ່ງເຮັດໃຫ້ການຈັດຕັ້ງ, ພະນັກງານນັກຮົບ ກໍຄື ຄະນະພັກຄະນະບັນ ຊາ ເຫັນໄດ້ຄວາມຮູ້ຄວາມສາມາດ,ຄວາມໄວ້ເນື້ອເຊື້ອໃຈ ແລະ ໄວ້ວາງໃຈຕໍ່ບັນດາສະຫາຍຈິ່ງໄດ້ມອບໝາຍໜ້າທີ່ອັນມີກຽດດັ່ງກ່າວນີ້ໃຫ້ ສະຫາຍຮັບຜິດຊອບໃນການຊີ້ນໍານໍາພາ, ຈັດຕັ້ງປະຕິບັດໃຫ້ມີການພັດທະນາ ແລະ ມີຜົນສໍາເລັດຕາມລະ ດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ພູເງິນ ພຸດທະວົງ