ກົມໃຫຍ່ພະລາທິການ ສະຫຼຸບການເຄື່ອນໄຫວຊຸກຍູ້ວຽກງານ ຢູ່ບັນດາ ປກສ ແຂວງ

0
1138

ໃນທ້າຍອາທິດ ທີ່ຜ່ານມາ, ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ໄດ້ເປີດກອງປະຊຸມສະຫຼຸບ ຖອດຖອນບົດຮຽນຜ່ານການລົງເຄື່ອນໄຫວຊຸກຍູ້,ຕິດຕາມ,ກວດກາ, ປັບປຸງວຽກງານພະລາທິການ ປກສ ຢູ່ບັນດາກອງບັນຊາການ ປກສ ແຂວງ ປະຈໍາປີ 2020, ເປັນປະທານໂດຍ ພົຈວ ໜູດີ ມີໄຊຍະລາດ ຫົວໜ້າກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ, ມີຄະນະພັກ, ຄະນະນຳກົມໃຫຍ, ຄະນະຫ້ອງ ແລະ ຄະນະກົມເຂົ້າຮ່ວມ.

ພັອ ສີສວັນ ທອງປະເສີດ ຫົວໜ້າຫ້ອງການກົມໃຫຍ່ພະລາທິການ ໄດ້ຜ່ານບົດສະຫຼຸບການລົງເຄື່ອນໄຫວຊຸກຍູ້, ຕິດຕາມ,ກວດກາ,ປັບປຸງວຽກງານພະລາທິການ ຢູ່ກອງບັນຊາການ ປກສ ແຂວງ ຕາມສາຍຕັ້ງວິຊາສະເພາະພະ ລາທິການ ປ້ອງກັນຄວາມສະຫງົບ ວ່າ:ໃນໄລຍະຜ່ານມາ,ຄະນະພັກ-ຄະນະບັນຊາພະລາທິການ ແຕ່ລະຂັ້ນໄດ້ເອົາໃຈໃສ່ຊຸກຍູ້,ຕິດຕາມ,ກວດກາ, ຢ່າງໃກ້ຊິດໃນການຈັດຕັ້ງປະຕິບັດຂົງເຂດວຽກ ງານພະລາທິການ, ມີລະບົບໂຄງຮ່າງການຈັດຕັ້ງການປະກອບບຸກຄະລາກອນ, ການສັບຊ້ອນເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງຫ້ອງພະລາທິການໃຫ້ຖືກຕ້ອງຕາມພາລະບົດບາດ, ສິດແລະໜ້າທີ່ຄວາມຮັບຜິດຊອບ,ເປັນເຈົ້າການໃນການຂຶ້ນແຜນງົບປະມານເງິນເດືອນ, ເງິນ ຮັບໃຊ້ບໍລິຫານ, ຊຸກຍູ້ວິຊາສະເພາະ.ນອກຈາກນັ້ນ,ຍັງໄດ້ຕິດຕາມກວດກາ,ແນະນຳ,ຊຸກຍູ້ສ້າງແຜນຮັບປະກັນລາຍຮັບ-ລາຍຈ່າຍ, ຄຸ້ມຄອງການເບີກຈ່າຍເຄື່ອງອຸປະໂພກ-ບໍລິໂພກ,ວັດຖຸອຸປະກອນ ແລະ ການຄຸ້ມຄອງນຳໃຊ້ຊັບສິນຂອງລັດ ໃຫ້ຖືກຕ້ອງຕາມກົດໝາຍ, ການກໍ່ສ້າງ ແລະ ຄຸ້ມຄອງພະນັກງານພະລາທິການ. ຜ່ານມາຢູ່ບາງ ປກສ ແຂວງ ຍັງບໍ່ເປັນລະບົບຄົບຊຸດ,ການສັບຊ້ອນພະນັກງານຍັງບໍ່ຖືກກັບສາຍວິຊາສະເພາະທີ່ຮຽນມາ,ການເຊື່ອມຊຶມກໍາແໜ້ນຕໍ່ຂົງເຂດວຽກງານພະລາທິການ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ເປັນຕົ້ນ ການຈັດເກັບລາຍຮັບ, ຄຸ້ມ ຄອງລາຍຈ່າຍໃຫ້ເຂົ້າສູ່ປະຕູດຽວ ຍັງບໍ່ທັນເຮັດໄດ້ດີ. ນອກຈາກນັ້ນ, ກົມໃຫຍ່ພະລາທິການ ກໍໄດ້ລວບລວມຄໍາສະເໜີຂອງບັນດາ ປກສແຂວງ ຜ່ານການລົງເຄື່ອນໄຫວ, ຊຸກຍູ້ ວຽກງານພະລາທິການ ເຫັນວ່າ ຫຼາຍກົມກອງ ຂໍແຜນປູກສ້າງສາງຍຸດໂທ ແລະ ປັບປຸງກົງຈັກການຈັດຕັ້ງທີ່ຈໍາເປັນຕື່ມອີກ, ຂໍທຶນໃຫ້ພະນັກງານໄປຍົກລະດັບວິຊາສະເພາະພະລາທິການ ແລະອື່ນໆ.

ໃນໂອກາດນີ້, ພົຈວ ໜູດີ ມີໄຊຍະລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕະຫຼອດ ໄລຍະ 1 ປີທີ່ຜ່ານມາ,ໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງແຕ່ລະແຂວງ ແລະ ຍັງໄດ້ເນັ້ນໃຫ້ບັນດາປກສ ແຂວງເອົາໃຈໃສ່ຊຸກຍູ້, ຕິດຕາມກວດກາວຽກງານໃຫ້ມີຄວາມພົ້ນເດັ່ນເປັນກ້າວໆ.