ຍິງໄວ 23 ປີ ຮຽນຂັບຂີ່ລົດໃໝ່ຢູ່ເດີ່ນບ້ານຫຼົງຍຽບຄັນເລັ່ງຄິດວ່າເບຼກ ພຸ່ງຕໍາສັງວຽນຕີໄກ່ ກ່ອນຕຳລົດຈັກຢູ່ບ້ານນາແສນຄໍາ ເມືອງໄຊ ແຂວງອຸດົມໄຊ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 1 ຄົນ ແລະ ບາດເຈັບ 4 ຄົນ.

ເຫດການດັ່ງກ່າວເກີດຂຶ້ນໃນເວລາ ປະມານ 14:35 ໂມງ ຂອງວັນທີ 16 ທັນວາ 2020, ກ່ອນເກີດເຫດ ນາງ ບົວວອນ ອາຍຸ 23 ປີ ປະຊາຊົນຢູ່ບ້ານຫຼັກ 4 ເມືອງໄຊ ຮຽນຂັບຂີ່ລົດກະບະລີໂວ ໝາຍເລກຖະບຽນ ຊຄ 3-159 ຢູ່ເດີ່ນໃກ້ຄຽງບໍລິເວນຈາກຈຸດເກີດເຫດ ໂດຍມີນ້ອງຊາຍເປັນຜູ້ສອນຂັບຢູ່ເບື້ອງກໍ້າຂວາມື ພາຍຫຼັງຂັບຂີ່ໄດ້ປະມານ 2 ຮອບ, ຮອດຮອບທີ 3 ໄດ້ມີຄົນຍ່າງຜ່ານໜ້າລົດ, ຜູ້ກ່ຽວຈຶ່ງຕື່ນ ແລະ ຕົກໃຈຈະຢຽບເບຼກ. ແຕ່ຜິດພາດໄປຢຽບຖືກຄັນເລັ່ງ ເຮັດໃຫ້ລົດແລ່ນດ້ວຍຄວາມໄວ ພຸ່ງຕຳເຂົ້າດ້ານຫຼັງສັງວຽນຕີໄກ່ ແລ້ວຕໍາໃສ່ ຄົນທີ່ມາຊົມການຕີໄກ່ຊອດອອກດ້ານໜ້າ ກ່ອນຕໍາເອົາລົດຈັກທີ່ຈອດໄວ້ແຄມທາງ ແລ້ວຂ້າມທາງຕໍາເອົາຮົ້ວເຮືອນຂອງປະຊາຊົນ. ຈາກນັ້ນ ຈຶ່ງສາມາດຢຸດລົດໄດ້ ສົ່ງຜົນເຮັດໃຫ້ ທ້າວ ສຸກສະຫວັນ ອາຍຸ 24 ປີຢູ່ບ້ານຖິ່ນ ເມືອງໄຊ ເສຍຊີວິດຄາທີ່ ແລະ ມີຜູ້ບາດເຈັບສາຫັດອີກ 4 ຄົນ, ສ່ວນພາຫະນະລົດຈັກເປ່ເພ 5 ຄັນ.

ຕໍ່ກັບຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນແຂວງ ໄດ້ກັກຕົວຜູ້ຂັບຂີ່ລົດໄວ້ແລ້ວ ເພື່ອລໍຖ້າສະຫຼຸບສຳນວນຄະດີ ສົ່ງໃຫ້ໄອຍະການຟ້ອງ ສານຕັດສິນຕາມລະບຽບກົດໝາຍ.