ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ປະຈໍາ ລາວ ອວຍພອນ ກົມສື່ມວນຊົນ ປກສ

0
744

ວັນທີ 23 ທັນວາ 2020, ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາ ສປປ ລາວ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນກົມສື່ມວນຊົນ ປກສ ເນື່ອງໃນໂອ ກາດສົ່ງທ້າຍປີເກົ່າ ຄສ 2020 ຕ້ອນຮັບປີໃໝ່ ຄສ 2021,ໃຫ້ການຕ້ອນຮັບໂດຍ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ ພ້ອມດ້ວຍຄະນະ.

ນາງ ສຸດທິດາ ຫົວໜ້າອໍານວຍການຜູ້ເກົ່າ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງຫົວໜ້າກົມສື່ມວນຊົນ ປກສ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2020 ຕ້ອນຮັບປີໃໝ່ ຄສ 2021 ຂໍອວຍພອນໄຊ ມາຍັງທ່ານຫົວໜ້າກົມສື່ມວນຊົນ ປກສ ພ້ອມຄະນະ ແລະ ພະນັກງານນັກຮົບພາຍ ໃນກົມທຸກສະຫາຍ ມີສຸຂະພາບແຂງແຮງ, ມີພາລະນາໄມທີ່ສົມບູນ,ມີຄວາມຜາ ສຸກໃນຊີວິດສ່ວນຕົວ,ຄອບຄົວພ້ອມກັນສືບຕໍ່ປະຕິບັດວຽກ ງານໃຫ້ມີຜົນສໍາເລັດ ແລະ ເຕີບໃຫຍ່ຂຶ້ນເລື່ອຍໆ; ທ່ານ ນາງ ສຸດທິດາ ຍັງໄດ້ກ່າວຕື່ມອີກວ່າ: ມາຮອດປັດຈຸບັນນີ້ ແມ່ນໄດ້ໝົດວາລະຂອງການປະຕິບັດໜ້າທີ່ເປັນຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາ ສປປ ລາວ ເຊິ່ງແມ່ນທ່ານ ນາງ ແສງແກ້ວ ຈະໄດ້ເຂົ້າມາດໍາລົງຕໍາແໜ່ງເປັນຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ປະຈໍາ ສປປ ລາວຜູ້ໃໝ່.

ໃນໂອກາດນີ້, ພັອ ເພີນຄໍາ ແສງດາລາ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ຫຼື CRI ປະຈໍາ ສປປ ລາວຜູ້ເກົ່າ ແລະ ຜູ້ໃໝ່ ທີ່ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວມາໃຫ້ກົມສື່ມວນຊົນ ປກສ ຄັ້ງນີ້ ແລະ ອວຍພອນໃຫ້ທັງສອງທ່ານມີສຸຂະພາບແຂງແຮງ,ມີຄວາມຜາສຸກໃນຊີວິດສ່ວນຕົວ,ຄອບຄົວ; ຜູ້ທີ່ສໍາເລັດໜ້າທີ່ປະຕິບັດວຽກງານ ກໍໃຫ້ເດີນທາງກັບປະເທດປອດໄພ ແລະ ໄດ້ຮັບປະຕິບັດໜ້າທີ່ຕໍາແໜ່ງທີ່ໃຫຍ່ຂຶ້ນກວ່າເກົ່າ, ສ່ວນຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ກໍໃຫ້ສືບຕໍ່ນໍາພາສະມາຊິກປະຕິບັດວຽກງານໃຫ້ມີຈະເລີນກ້າວ ໜ້າ ແລະ ເຕີບໃຫຍ່ຂຶ້ນ; ສືບຕໍ່ສ້າງສາຍພົວພັນລະຫວ່າງກົມສື່ມວນຊົນ ປກສ ແລະ ສະຖານີວິທະຍຸສາກົນແຫ່ງປະເທດຈີນ ປະຈໍາ ສປປ ລາວໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ພາບ-ຂ່າວ: ແກ້ວ ອຸເພັດ