ວັນທີ 25 ທັນວາ ຜ່ານມາ, ສະພາວິທະຍາສາດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ຈັດກອງປະຊຸມຄົ້ນຄວ້າ ເພື່ອຮັບຮອງເອົາປະ ຫວັດມູນເຊື້ອອົງການຜູ້ຕາງໜ້າກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາລາວ ( C5 ) ,ໂດຍມີ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ສປປ ລາວ, ພ້ອມດ້ວຍຮອງປະທານສະພາວິທະຍາສາດປ້ອງກັນຄວາມສະຫງົບ, ມີຫົວໜ້າອໍານວຍການວິທະ ຍາຄານ, ຄະນະກໍາມະການ ແລະ ນັກວິທະຍາສາດເຂົ້າຮ່ວມ.

ພົຕ ກົງທອງ ພົງວິຈິດ ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອຮັບຮອງເອົາປະຫວັດມູນເຊື້ອC5 ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາລາວ ປີ 1961-2016 ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານວັດຖຸ ແລະຈິດໃຈ ມີມູນຄ່າຢ່າງຫຼວງຫຼາຍໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ກໍຄື ການບໍາລຸງ ແລະກໍ່ສ້າງກໍາລັງປ້ອງກັນຄວາມສະຫງົບປະຊາຊົນໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ,ມີແບບແຜນວິທີເຮັດ ວຽກມີວິທະຍາສາດ ເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ,ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ; ພ້ອມນີ້ ຍັງເປັນການກະກຽມຂະບວນການຕ່າງໆ ໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະ ຫງົບ ສປປ ລາວ ຄົບຮອບ 60 ປີ (5 ເມສາ 1961-5 ເມສາ 2021) ແລະ ການລະນຶກວັນສ້າງຕັ້ງຄະນະຊ່ຽວຊານ ກະຊວງຕໍາຫຼວດ ສສ ຫວຽດນາມ ມາຊ່ວຍເຫຼືອລາວ ຄົບຮອບ60 ປີ(22 ມີນາ 1961-22 ມີນາ 2021) ທີ່ຈະມາຮອດໃນຕໍ່ໜ້ານີ້ ໃຫ້ມີເນື້ອໃນ ແລະ ເປັນຂະ ບວນຟົດຟື້ນ,ສ່ອງແສງໃຫ້ເຫັນເຖິງນໍ້າໃຈມິດຕະພາບອັນດູດດື່ມ ແລະ ຄວາມສາມັກຄີພິເສດຂອງສອງຊາດ,ສອງກໍາລັງ ລາວ-ຫວຽດນາມ ທີ່ມີມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ແລະ ເຮັດໃຫ້ມູນເຊື້ອດັ່ງກ່າວ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນກອງປະຊຸມ.ຄະນະກໍາມະການ,ນັກວິທະຍາສາດ ໄດ້ປະກອບຄໍາຄິດເຫັນໃສ່ປະຫວັດມູນເຊື້ອດັ່ງກ່າວຢ່າງກົງໄປກົງມາ, ພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ໄດ້ຮັບຮອງເອົາປະຫວັດມູນເຊື້ອອົງການຜູ້ຕາງໜ້າ ກະຊວງຕໍາຫຼວດ ສສ ຫວຽດນາມ ປະຈໍາລາວ,ເມື່ອສະພາວິທະ ຍາສາດ ປກສ ຮັບຮອງເອົາແລ້ວໃນວັນທີ 29 ທັນວາ 2020 ທັງສອງຝ່າຍຈະໄດ້ຈັດກອງປະຊຸມສະພາຮັບຮອງເອົາຜົນສໍາເລັດໃນການຄົ້ນຄວ້າປະຫວັດມູນເຊື້ອດັ່ງກ່າວ.

ພາບ-ຂ່າວ: ຄຳໂຖ ວັນນະລາດ