ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ X ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ I ໄດ້ຈັດຂຶ້ນໃນວັນທີ 24 ທັນວາ 2020, ເປັນປະທານໂດຍ ທ່ານ ເພັດແກ້ວ ເຮືອງປັນຍາ ປະທານສະພາປະຊາຊົນແຂວງ; ບັນດາສະມາຊິກສະພາປະຊາຊົນແຂວງ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບປະຈຳພາກໃຕ້ ທີ່ນໍາສະເໜີໂດຍ ທ່ານ ໄພທູນ ສີພູມມາ ປະທານອົງການກວດສອບປະຈຳພາກໃຕ້; ຈາກນັ້ນ, ບັນດາສະມາຊິກສະພາ ແຫ່ງຊາດ ໄດ້ພ້ອມກັນລົງຄະແນນສຽງຮັບຮອງເອົາຮ່າງບົດລາຍງານດັ່ງກ່າວດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

ຄະນະປະຈໍາສະພາປະຊາຊົນແຂວງອັດຕະປື ໄດ້ເຫັນດີເປັນເອກະພາບຕໍ່ກັບເນື້ອໃນບົດລາຍງານຂອງອົງການກວດສອບປະຈຳພາກໃຕ້ ທີ່ໄດ້ຍົກໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຜົນສໍາເລັດ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອນຳໄປປັບປຸງແກ້ໄຂວຽກງານໃນຕໍ່ໜ້າໃຫ້ດີຂຶ້ນກ່ວາເກົ່າ; ພ້ອມທັງເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ຊົມເຊີຍຕໍ່ ການເອົາໃຈໃສ່ຍົກສູງຄວາມຮັບຜິດຊອບດ້ານການເມືອງ ຂອງອົງການກວດສອບປະຈຳພາກໃຕ້, ການຊີ້ນຳ-ນຳພາພະນັກງານ-ລັດຖະກອນ ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຕາມກົດໝາຍ ມີຜົນສໍາເລັດໃນຫຼາຍດ້ານ;

ເປັນຕົ້ນ: ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ການປັບປຸງແບບແຜນວິທີການເຮັດວຽກ, ສໍາເລັດການກວດສອບ ຈໍານວນ 3 ເປົ້າໝາຍຕາມມະຕິສະພາປະຊາຊົນແຂວງ; ກອງປະຊຸມໄດ້ເປັນເອກະພາບຕໍ່ການຕີລາຄາຜົນໄດ້ຮັບ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ທີ່ພາໃຫ້ມີຂໍ້ຄົງຄ້າງ ແລະ ຄວາມຫຍຸ້ງຍາກໃນການເຄື່ອນໄຫວຂອງອົງການກວດສອບປະຈຳພາກໃຕ້; ພ້ອມທັງໄດ້ສະເໜີໃຫ້ອົງການກວດສອບປະຈຳພາກໃຕ້ ເສີມຂະຫຍາຍດ້ານດີ, ດ້ານຕັ້ງໜ້າໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ແກ້ໄຂຂອດອ່ອນ, ຂໍ້ຄົງຄ້າງໃຫ້ຫຼຸດລົງເທື່ອລະກ້າວ; ພ້ອມນີ້, ກໍໄດ້ຮັບຮອງເອົາບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2019 ໄດ້ຈັດຕັ້ງປະຕິບັດລາຍຮັບທັງໝົດໄດ້ 141,05 ຕື້ກີບ; ໃນນີ້, ລາຍຮັບສູນກາງ 36.31 ຕື້ກີບ, ລາຍຮັບທ້ອງຖິ່ນ 104,74 ຕື້ກີບ, ຈັດຕັ້ງປະຕິບັດລາຍຈ່າຍທັງໝົດ ໄດ້ 339,15 ຕື້ກີບ, ຂາດດຸນງົບປະ ມານ 234,41 ຕື້ກີບ, ເທົ່າກັບ 8,21% ຂອງ GDP.

ສຳລັບທິດທາງແຜນການເຄື່ອນໄຫວວຽກງານປະຈໍາປີ 2021 ຂອງອົງການກວດສອບປະຈຳພາກໃຕ້ ໂດຍສະເພາະທິດທາງໜ້າທີ່ລວມ, ບັນດາແຜນວຽກລະອຽດແຕ່ລະດ້ານ ແລະ 5 ມາດຕະການຈັດຕັ້ງປະຕິບັດຕາມການສະເໜີ, ຮັບຮອງເອົາແຜນການດໍາເນີນການເຄື່ອນໄຫວວຽກງານວິຊາສະເພາະກວດສອບປະຈຳພາກໃຕ້ ຈຳນວນ 3 ເປົ້າໝາຍ; ໃນນັ້ນ, ກວດສອບລັດວິສາຫະກິດນຳ້ປະປາ, ກວດສອບໂຄງການ ກໍ່ສ້າງທາງຫຼວງແຫ່ງຊາດເລກທີ 11 ແລະ ກວດສອບງົບປະມານແຂວງ 20 ຫົວໜ່ວຍ.