ກອງບັນຊາການ ປກສ ແຂວງຜົ້ງສາລີ, ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງ ປກສ ຄົບຮອບ 55 ປີ (ວັນທີ 9 ມັງກອນ 1966-9 ມັງກອນ 2021) ໃນວັນທີ 24 ທັນວາ 2020; ປາຖະກະຖາໂດຍ ພັທ ບຸນລຽນ ແສນວົງ ຮອງຫົວໜ້າກອງບັນຊາກາ ປກສ ແຂວງຜົ້ງສາລີ, ມີ ພັທ ນາງ ບົວ ພັນ ແສງນວນໄຊ ປະທານຮາກຖານໜ່ວຍສະຫະພັນແມ່ຍິງ ປກສ ແຂວງຜົ້ງສາລີ; ມີບັນດາຄະນະຫ້ອງ, ຫົວໜ້າພະແນກ, ຮອງພະແນກ, ຄະນະໜ່ວຍແມ່ຍິງ ແລະ ສະມາຊິກແມ່ຍິງ ປກສ ແຂວງເຂົ້າຮ່ວມ.

ພັທ ບຸນລຽນ ແສນວົງ ກ່າວວ່າ: ວັນທີ 9 ມັງກອນ 1966 ເປັນວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ; ເຊິ່ງເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນທາງປະຫວັດສາດຂອງແມ່ຍິງໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; ພັກຖືວ່າແມ່ຍິງເປັນກໍາລັງໜຶ່ງຂອງພົນລະເມືອງລາວໃນທົ່ວປະເທດ, ເປັນກໍາລັງອັນໃຫຍ່ຫຼວງໃນທຸກຂົງເຂດວຽກງານ, ເປັນກໍາລັງພິເສດໃນການຜະລິດກໍາລັງແຮງງານ ແລະ ພັກ ຍັງວາງແນວທາງນະໂຍບາຍກ່ຽວກັບການປົດປ່ອຍແມ່ຍິງວ່າ: ຂົນຂວາຍແມ່ຍິງດ້ວຍຄວາມໝັ້ນໜຽວ, ທົນທານ, ໃຫ້ເຂົາເຈົ້າຕັ້ງໜ້າເຂົ້າຮ່ວມການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນ ແລະ ພວກສັກດີນາ ດ້ວຍບັນດາຮູບການ ແລະ ວິທີການອັນມີໄວພິບແທດເໝາະກັບແຕ່ລະ ໄລຍະການຫັນປ່ຽນຂອງການປະຕິວັດ; ພ້ອມກັນນັ້ນກໍປົດປ່ອຍແມ່ຍິງໃຫ້ຫຼຸດພົ້ນອອກຈາກການກົດຂີ່ຂົ່ມເຫັງ, ຄວາມບໍ່ຍຸຕິທໍາ ແລະ ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍເທື່ອລະກ້າວ.

ຍ້ອນເຫັນໄດ້ຄວາມໝາຍຄວາມສໍາຄັນດັ່ງກ່າວ, ພັກ ແລະ ລັດຖະບນແຫ່ງ ສປປ ລາວ ຈຶ່ງໄດ້ກໍານົດເອົາວັນທີ 20 ກໍລະກົດ ເປັນວັນສ້າງຕັ້ງສະຫະພັນແມ່ຍິງລາວ; ດັ່ງນັ້ນ, ວັນທີ 9 ມັງກອນ 1966 ສະມາຄົມແມ່ຍິງປ້ອງກັນຄວາມສະຫງົບສູນກາງ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນຢູ່ ບ້ານນາໄກ່ ເມືອງວຽງໄຊ ແຂວງຫົວພັນ, ໂດຍປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງຊາດ, ພັກ-ລັດ ບັນດາເອື້ອຍ-ນ້ອງແມ່ຍິງລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະແມ່ນເອື້ອຍນ້ອງແມ່ຍິງໃນກໍາລັງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການສູມທຸກສະຕິປັນຍາ, ເຫື່ອແຮງໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ວຽກຄອບຄົວ, ວຽກແນວຫຼັງສາມາດເຮັດວຽກປ່ຽນແທນເພດຊາຍໃນທຸກວຽກງານ.

ນັບແຕ່ມື້ສ້າງຕັ້ງເຖິງປັດຈຸບັນ, ສະຫະພັນແມ່ຍິງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ຄຽງບ່າຄຽງໄຫຼ່ກັບເພດຊາຍ, ອຸທິດເຫື່ອແຮງ, ສຕິປັນຍາ ເພື່ອພາລະກິດຕໍ່ສູ້ ປົດປ່ອຍຊາດ, ປາບປາມພວກຝືນປະຕິວັດ, ພວກຂາຍຊາດ, ພວກອິດທິກໍາລັງ ປໍລະປັກ, ພວກຕ້ອງໂທດອາຍາຕ່າງໆ; ສາມາດປົກປັກຮັກສາຄວາມສະຫງົບຂອງປະເທດຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປັກຮັກສາຊີວິດ, ຊັບສິນ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືພັດທະນາກໍາລັງປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 55 ປີ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ; ໂອກາດດັ່ງກ່າວ, ໃນພິທີຍັງໄດ້ຮັບຟັງຜົນສໍາເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ ປກສ ຄັ້ງທີ VII ຕື່ມອີກ.