ກອງປະຊຸມປັບປຸງກົງຈັກການຈັດຕັ້ງຂອງກອງບັນຊາການ ປກສ ເມືອງທ່າແຕງ ແຂວງເຊກອງ ຈັດຂຶ້ນໃນວັນທີ 23 ທັນວາ 2020; ໂດຍມີ ພັອ ທະວີສັກ ເພັດພູຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ, ມີຄະນະກອງບັນຊາການ ປກສ ເມືອງ, ແຂກຮັບເຊີນ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນພິທີ, ພັທ ພອນວິຈິດ ກີບເກສອນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ກ່າວວ່າ: ເພື່ອເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບທົ່ວແຂວງເວົ້າລວມ, ເວົ້າສະເພາະ ກໍຄືເມືອງທ່າແຕງ ແລະ ເມືອງອື່ນໆທີ່ຂຶ້ນກັບແຂວງເຊກອງ ມີຄວາມເຂັ້ມແຂງ; ໂດຍຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຈຶ່ງມີຄວາມຈຳເປັນປັບປຸງກົງຈັກການຈັດຕັ້ງ ໂດຍບັນຈຸສັບຊ້ອນນາຍ ແລະ ພົນຕຳຫຼວດຫຼາຍກ່ວາ 70 ສະຫາຍ ເຂົ້າໃສ່ຫຼາຍຕຳແໜ່ງງານ; ແຕ່ຂັ້ນຫົວໜ້າ, ຮອງຫົວໜ້າຫ້ອງການ, ພະແນກ, ປກສ ກຸ່ມບ້ານ ແລະ ບັນດາໜ່ວຍງານໃຫ້ຖືກຕ້ອງ ແລະ ສອດຄ່ອງກັບຄວາມຮູ້ຄວາມສາມາດຂອງພະນັກງານ.

ທ່ານຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງ ກ່າວອີກວ່າ: ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້້ ແມ່ນປະຕິບັດຕາມກົດໝາຍຂອງກຳລັງປ້ອງກັນຄວາມສະຫົງບ ສະບັບ ເລກທີ 20/ສພຊ (ສະບັບປັບປຸງ) ພາກ ທີ VI, ໝວດທີ I, ມາດຕາ 42 ວ່າດ້ວຍສິດ ແລະ ໜ້າທີ່ຂອງກອງບັນຊາການປ້ອງກັນຄວາມສະຫົງບແຂວງ ແລະ ຄຳເຫັນຂອງກົມໃຫ່ຍການເມືອງປ້ອງກັນຄວາມສະຫົງບ ສະບັບເລກທີ 4713 /ກມປສ ວ່າດ້ວຍການອະນຸມັດແຕ່ງຕັ້ງນາຍ ແລະ ພົນຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ຕາມລະບຽບຫຼັກການທີ່ວາງໄວ້.