ວັນທີ 29 ທັນວາ 2020, ກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ ຈັດກອງປະຊຸມກະກຽມແຜນການສະແດງ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ,ກະກຽມສະແດງຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມອບການຍ້ອງ ຍໍ ປະເພດຕ່າງໆເນື່ອງໃນໂອກາດຮັບໃຊ້ສະແດງປີທ່ອງທ່ຽວລາວ ປີ2018,ໂດຍການເປັນປະທານຂອງ ພັອ ສອນພະຈັນ ທໍາມະວົງ ຫົວໜ້າກົມໂຄສະນາອົບຮົມ, ມີ ທ່ານ ຄຳພັນ ພົນທອງສີ ວ່າການຫົວໜ້າກົມສີລະປະການສະແດງ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງ ທ່ຽວ ພ້ອມດ້ວຍບັນດາຫົວໜ້າ-ຮອງພະແນກ-ກອງ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພັທ ນາງ ຍຸພິນ ຂັນທະມີໄຊ ຫົວໜ້າກອງສິລະປະກອນ ປກສ ກ່າວວ່າ: ເພື່ອເປັນການໂຄສະນາເຜີຍແຜ່ແນວທາງນະ ໂຍບາຍຂອງພັກ-ລັດ ໂດຍສະເພາະແມ່ນແນວທາງປ້ອງກັນຄວາມສະຫງົບ ໂດຍຜ່ານວຽກງານສິລະປະວັນນະຄະດີທັງເປັນການປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳອັນດີງາມຂອງຊາດ ເປັນການໂຄສະນາເຜີຍແຜ່ຜົນງານ,ໄຊ ຊະນະ ,ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງ ປກສ, ປຸກລະດົມນໍ້າໃຈຫ້າວຫັ້ນ,ນ້ຳໃຈຮັກຊາດຂອງພະນັກງານນັກ ຮົບໃນກຳລັງ ປກສ ແລະ ປະຊາຊົນບັກດາເຜົ່າ ໃຫ້ມີຄວາມເບີກບານມ່ວນຊື່ນຫ້າວຫັນໃນການສ້າງຜົນງານ,ສ້າງຄວາມ ຜູກພັນສາມັກຄີຮັກແພງລະຫວ່າງສູນກາງ ແລະ ທ້ອງຖິ່ນຮາກຖານ ໃຫ້ມີຄວາມເອກອ້າງທະນົງໃຈຕໍ່ກັບຜົນງານຂອງກຳລັງ ປກສ ຄົບຮອບ 60 ປີ.

ໃນນີ້, ກອງສິລະປະກອນ ປກສ ແມ່ນໄດ້ເອົາໃຈໃສ່ຝຶກຊ້ອມຢ່າງຕັ້ງໜ້າ ໂດຍໄດ້ເລີ່ມຝຶກຊ້ອມລາຍການສະແດງ ມາແຕ່ວັນທີ 1 ພະຈິກ 2020 ເປັນຕົ້ນມາ ປະກອບມີ 18 ລາຍການ.ໃນນັ້ນ, ມີ 6 ບົດຟ້ອນ, 11ບົດເພງ ແລະ ລະຄອນສັ້ນ 1 ເລື່ອງ ໂດຍນຳໃຊ້ນັກສະແດງ ທັງ ໝົດ 168 ຄົນ ມີ 672 ແຮງງານ ລວມທັງຝຶກຊ້ອມ ທັງອອກສະແດງຮັບໃຊ້ກົມກອງອ້ອມຂ້າງ ແມ່ນມີຜົນສຳເລັດຕາມລະດັບຄາດໝາຍ.

ໂອກາດນີ້, ກອງປະຊຸມ ຍັງໄດ້ຜ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ II ແລະ ຊັ້ນ III ໃຫ້ແກ່ບຸກ ຄົນ ແລະ ກົມກອງລວມໝູ່,ຜ່ານດຳລັດຂອງນາຍຍົກລັດຖະມົນຕີວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່ ທີ່ມີຜົນງານດີເດັ່ນເນື່ອງໃນໂອກາດຮັບໃຊ້ສະແດງປີທ່ອງທ່ຽວລາວ ປະຈໍາປີ 2018 ຄື: ຫຼຽນໄຊແຮງງານ ຊັ້ນ II ມີ 1 ສະຫາຍ ຫຼຽນໄຊແຮງງານຊັ້ນ III ມີ 4 ສະຫາຍ, ຫຼຽນກາແຮງງານ ຈໍານວນ 56 ສະຫາຍ,ໃບຍ້ອງຍໍລັດຖະບານ ມີ 11 ສະຫາຍ, ເຊິ່ງເປັນກຽດປະດັບຫຼຽນໄຊແຮງງານຊັ້ນ II,III ແລະ ຫຼຽນກາແຮງງານ, ໂດຍ ທ່ານ ຄຳພັນ ພົນທອງສີ; ສ່ວນໃບຍ້ອງຍໍລັດ ຖະບານ ມອບໂດຍ ພັອ ສອນພະຈັນ ທຳມະວົງ.