ລປພ ແຂ່ງຂັນສ້າງຜົນງານ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ

0
1499

ວັນທີ 29 ທັນວາ 2020,ລັດວິສະຫະກິດ ລາວບໍລິການຄວາມປອດໄພ ລະຫວ່າງປະເທດ (ລປພ) ໄດ້ຈັດພິທີແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ60 (5 ເມສາ1961-5 ເມສາ2021)ເພື່ອເປັນການປັບປຸງພະນັກງານຮັກສາຄວາມ ປອດໄພ ເຂົ້າສູ່ຄຸນນະພາບ, ຕ້ານປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນ ແລະ ສ້າງຄວາມເຊື່ອຖືແກ່ຜູ້ໃຊ້ບໍລິການ, ເປັນປະທານໂດຍ ພັທ ລີຕູ້ ມີໄຊຕູ້ ອຳນວຍການ ລປພ, ມີບັນດາຄະນະພັກຄະນະບັນຊາ,ກອງຮ້ອຍ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພັທ ຄໍາເຟືອນ ພົມມະຈັນ ຮອງຜູ້ອຳນວຍການ ໄດ້ຜ່ານແຜນວ່າ: ການສ້າງຂະບວນການແຂ່ງຂັນຄັ້ງນີ້ ປະກອບມີສາຍກວດ 6 ກອງຮ້ອຍ, 13 ເໜືອ ແລະ 13 ໃຕ້ ແມ່ນປະຕິບັດຕາມ 5 ເນື້ອໃນຂໍ້ແຂ່ງຂັນ ຄື: ການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ກໍາລັງຮັກສາຄວາມປອດໄພຢ່າງທົ່ວເຖິງໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເອົາໃຈໃສ່ໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງໃຫ້ໄດ້ 95% ຂຶ້ນໄປ, ກວດກາຈຸດຍາມຂອງຕົນໃຫ້ຄົບທຸກກະຍາມ 90%, ປັບປຸງລະບຽບການນຸ່ງຖື, ອຸປະກອນຮັກສາຄວາມປອດໄພ ຄົບຊຸດ 95%, ປັບປຸງການປະຕິບັດໜ້າທີ່ຂອງພະນັກງານຮັກສາຄວາມປອດໄພ ເຂົ້າສູ່ຄຸນນະພາບ 90% ແລະ ຕ້ານການນອນຫຼັບປະຍາມ,ໜີປະປ້ອມຍາມ,ຂີ້ ລັກງັດແງະ, ລູກຄ້າຍົກເລີກສັນຍາໃຫ້ໄດ້ 90% ລວມທັງໝົດ 460%. ສຳລັບລາງວັນ ປະກອບມີ 4 ປະເພດ ຄື: ເຂັ້ມແຂງ ໄດ້ 500.000 ກີບ ພ້ອມໃບຍ້ອງຍໍ, ແຂງ 300.000 ກີບ ພ້ອມໃບຍ້ອງຍໍ ແລະ ກາງ 150.000 ກີບ ພ້ອມໃບຊົມເຊີຍ (ຈະສິ້ນສຸດການແຂ່ງຂັນໃນວັນທີ 31 ມີນາ 2021).

ໃນໂອກາດນີ້, ພັທ ລີຕູ້ ມີໄຊຕູ້ ກ່າວວ່າ: ການແຂ່ງຂັນ ແມ່ນການທົດສອບດ້ານຄວາມຮູ້ຄວາມສາມາດ, ການເປັນຜູ້ບັນຊາທີ່ດີ,ສະນັ້ນຈຶ່ງຮຽກຮ້ອງມາຍັງຜູ້ທີ່ເຂົ້າຮ່ວມຂະບວນການແຂ່ງຂັນຈົ່ງເອົາໃຈໃສ່ບາງບັນຫາ ຄື:ສາຍກວດຕ້ອງມີຄວາມອົດທົນ,ມີຄວາມຕື່ນຕົວ,ພະຍາຍາມ ສຶກສາອົບຮົມກໍາລັງຮັກສາຄວາມປອດໄພໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມເຂົ້າໃຈແຈ້ງຕໍ່ການປະຕິບັດໜ້າທີ່ເປົ້າໝາຍ ເພື່ອຄວາມສະຫງົບທາງດ້ານການເມືອງ ຫຼື ຮັບໃຊ້ໜ້າທີ່ການເມືອງ,ຕີຖອຍແນວຄິດຂີ້ຄ້ານມັກງ່າຍ, ບໍ່ລອບຄອບ, ເຮັດພໍແລ້ວຕີນແລ້ວມື, ແນວ ຄິດສວຍໂອກາດ ເພື່ອສັບຊ້ອນເຮັດວຽກ 2-3 ກະ ໂດຍບໍ່ຄຳນືງເຖີງຄຸນນະພາບ,ເມື່ອພົບເຫັນບັນຫາ ຕ້ອງມີຄວາມເດັດຂາດ,ກ້າຄິດ, ກ້າ ເຮັດ ແລະ ກ້າຕັດສິນໃຈປັບປຸງຕາມແຜນທີ່ໄດ້ວາງໄວ້,ຕ້ອງມີຄວາມຊື່ສັດຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ,ລາຍງານຄວາມເປັນຈິງທີ່ພົບເຫັນ, ບໍ່ເຊື່ອງອຳເຫດການຕ່າງໆຢ້ານມີຈຸດອ່ອນ, ຫວັງຜົນປະໂຫຍດສ່ວນຕົວ ແລະ ຫວັງເອົາແຕ່ຄາດໝາຍການແຂ່ງຂັນ ໂດຍບໍ່ຄຳນືງຜົນເສຍທາງໜ້າ ແລະ ຕ້ອງສ້າງພະນັກງານຮັກສາຄວາມປອດໄພໃຫ້ມີຄຸນນະພາບ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ