ກົມສື່ມວນຊົນ ປກສ ເຊື່ອມຊຶມມະຕິກົມການເມືອງສູນ ກາງພັກ

0
940

ວັນທີ 30 ທັນວາ 2020, ກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງກົມການເມືອງສູນ ກາງພັກວ່າດ້ວຍເພີ່ມທະວີວຽກປ້ອງກັນຄວາມສະຫງົບໃນສະພາບການໃໝ່ ເພື່ອສ້າງຄວາມຮັບຮູ້,ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງກ່ຽວກັບເນື້ອໃນມະຕິດັ່ງກ່າວໃຫ້ສະມາຊິກພັກ ແລະ ພະນັກງານນັກຮົບພາຍໃນກົມສື່ມວນຊົນ ປກສຮັບຮູ້ຢ່າງທົ່ວເຖິງ.

ພັທ ພອນສະຫວັນ ອຸດົມເພັດຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມສື່ມວນຊົນ ປກສ ໄດ້ເຜີຍ ແຜ່ເອກະສານມະຕິຂອງກົມການເມືອງສູນກາງພັກ ເລກທີ 111/ກມສພ, ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍເພີ່ມທະວີວຽກປ້ອງກັນຄວາມສະຫງົບໃນສະພາບການໃໝ່ ວ່າ:ທັດສະນະຂອງພັກຕໍ່ວຽກງານປ້ອງ ກັນຄວາມສະຫງົບ ເປັນວຽກງານຍຸດທະສາດສໍາຄັນຕົ້ນຕໍຂອງພັກ-ລັດ ໃນພາລະກິດປົກປັກສາຮັກສາ ແລະ ສ້າງສາພັດທະນາປະເທດຊາດ,ມີລັກສະນະຕັດສິນ ຕໍ່ການຄົງຕົວ ແລະຂະຫຍາຍຕົວຂອງປະເທດຊາດພາຍ ໃຕ້ການນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງປະຊາຊົນປະຕິວັດລາວ,ພື້ນຖານປ້ອງກັນຄວາມສະຫງົບ ແມ່ນມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ, ຍຶດໝັ້ນ ແລະ ປະ ຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ,ສ້າງທ່າສະໜາມປ້ອງກັນຄວາມສະຫງົບ ຕາມທິດ 3 ສ້າງ, ກໍາລັງພື້ນຖານປ້ອງກັນຄວາມສະຫງົບ ແມ່ນກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນລາວທັງຊາດ, ກໍາລັງແຮງຂອງລະບົບການເມືອງ,ເສດຖະກິດ,ວັດທະນະທໍາ-ສັງຄົມ,ວິທະຍາສາດ-ເຕັກໂນໂລຊີ ແລະ ກໍາລັງແຮງທາງດ້ານການພົວພັນຕ່າງປະເທດ.ໃນນັ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນກຳລັງຫຼັກແຫຼ່ງແກ່ນສານ, ພັກເຮົາຍາມໃດກໍ່ຖືຄວາມສະ ຫງົບ ເປັນເງື່ອນໄຂພື້ນຖານຮັບປະກັນໃຫ້ແກ່ການພັດທະນາ,ຢາກພັດທະນາໄດ້ກໍ່ຕໍ່ເມື່ອມີຄວາມສະຫງົບປອດໄພ,ໃນໄລຍະໃໝ່ນີ້ຕ້ອງຮູ້ເສີມສ້າງ ແລະ ຍົກລະດັບການຊົມໃຊ້ໝາກຜົນຂອງການພັດທະນາຢ່າງຍຸຕິທຳ ແລະ ທົ່ວເຖິ່ງ ເພື່ອຮັບປະກັນໃຫ້ແກ່ຄວມສະຫງົບ.

ພ້ອມນັ້ນ, ກໍຕ້ອງສົມທົບແໜ້ນວຽກງານປ້ອງກັນຄວາມສະຫງົບ ກັບວຽກງານປ້ອງກັນຊາດ, ການພັດທະນາເສດຖະກິດສັງຄົມ,ວັດທະນາທຳ-ສັງຄົມ ແລະ ການຕ່າງປະເທດຢ່າງກົມກົມກຽວ, ໃນການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບ ຕ້ອງຖືກເອົາການປ້ອງກັນ ແລະ ສະກັດກັ້ນເປັນຕົ້ນຕໍ, ການແກ້ໄຂເປັນສຳຄັນ,ນຳໃຊ້ວິທະຍາສາດເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງນປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ,ດຳເນີນການປາບປາມພວກຝຶນປະຕິວັດ ກໍຄື ພວກກໍ່ການກະທຳຜິດ ບົນພື້ນຖານແນວທາງ, ແຜນນະໂຍບາຍ,ລັດຖະທຳ ມະນູນ ແລະ ກົດໝາຍຢ່າງເຂັ້ມງວດ.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ