ກະຊວງ ປກສ ມອບເຂົ້າສານຊ່ວຍເຫຼືອຜູ້ປະສົບໄພ ຢູ່ແຂວງສະຫວັນນະເຂດ

0
800

ກະຊວງ ປກສ ໄດ້ນໍາເອົາເຂົ້າສານ ຈໍານວນ 50 ໂຕນ ລວມມູນຄ່າ 350.000.000 ກີບ ໄປມອບໃຫ້ຜູ້ໄດ້ຮັບຜົນກະທົບຈາກພາຍຸຢູ່ແຂວງ ສະຫວັນນະເຂດ ໃນວັນທີ 29 ທັນວາ 2020,ຕາງໜ້າໃຫ້ກະຊວງ ປກສ ກ່າວມອບໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມ ໃຫຍ່ການເມືອງ ປກສ, ກ່າວຮັບໂດຍ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສະຫວັນນະເຂດ, ມີຄະນະພັກ ຄະນະກົມ, ປກສແຂວງ, ພະນັກງານນັກຮົບແລະພະນັກງານລັດຖະກອນເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ກ່າວວ່າ: ເຂົ້າສານຈ້າວຈໍານວນດັ່ງກ່າວ ແມ່ນໄດ້ມາຈາກການຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍ ແດນ ກະຊວງປ້ອງກັນປະເທດຫວຽດນາມ ທີ່ພາຍຫຼັງໄດ້ຮັບຂ່າວວ່າຢູ່ແຂວງສະຫວັນນະເຂດ ເກີດມີເຫດການໄພພິບັດນ້ໍາຖ້ວມ,ຜົນກະທົບ ຈາກພາຍຸພັດ ເຮັດໃຫ້ປະຊາຊົນຈໍານວນຫຼວງຫຼາຍໄດ້ຮັບຜົນກະທົບ ກໍຮູ້ສຶກເປັນຫວ່ງເປັນໄຍ ແລະ ຮີບຮ້ອນໃຈກະກຽມເຂົ້າສານຈ້າວຈໍານວນດັ່ງກ່າວ ມາມອບໃຫ້ກົມໃຫຍ່ຕໍາຫຼວດ ແລະ ກົມໃຫຍ່ສັນ ຕິບານ ກະຊວງ ປກສ ເພື່ອນໍາໄປມອບຕໍ່ຊ່ວຍເຫຼືອຜູ້ປະສົບໄພນ້ໍາຖ້ວມໃນຄັ້ງນີ້;ໂດຍໄດ້ຮັບການແຕ່ງຕັ້ງຈາກຄະນະນໍາກະຊວງ ປກສ ເພື່ອນໍາພາຄະນະກົມໃຫຍ່ຕໍາຫຼວດ ແລະ ກົມໃຫຍ່ສັນຕິບານ,ຫ້ອງວ່າການ,ກົມໃຫຍ່ພະລາທິການ,ກົມນະໂຍບາຍກະຊວງ ປກສ ນຳເອົາເຂົ້າສານຈ້າວມາມອບຕໍ່ໃຫ້ຜູ້ປະສົບໄພນ້ໍາຖ້ວມ ຕາມຈິດໃຈ ເພື່ອນທີ່ຍາມໃດກໍເປັນຫ່ວງເປັນໄຍ, ເປັນມິດແທ້ໃນຍາມຍາກລໍາບາກ ທີ່ກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດຫວຽດ ນາມມີໃຫ້; ຜູ້ປະສົບໄພນ້ໍາຖ້ວມ ຍັງມີຄວາມຂາດເຂີນ ດ້ານວັດຖຸໃນການດໍາລົງຊີວິດຫຼາຍດ້ານ, ວັດຖຸຈິດໃຈທີ່ນໍາມາມອບນີ້ ຈະເປັນສ່ວນໜຶ່ງໃນການບັນເທົາທຸກໃຫ້ພໍ່ແມ່ປະຊາຊົນທີ່ປະສົບອຸທົກກະໄພ ແລະ ຫວັງຢ່າງຍິ່ງວ່າພາຍໃຕ້ການຊີ້ນໍານໍາພາ ຂອງຄະນະພັກຄະນະນໍາ ແຂວງສະຫວັນນະເຂດ ຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພກັບຄືນມາສູ່ສະພາບປົກກະຕິໂດຍໄວ.

ທ່ານ ວຽງທະວີສອນ ເທບພະຈັນ ໄດ້ກ່າວສະແດງຄວາມຂອບໃຈມາຍັງພົຈວ ປອ ສຸວັນນີ ສີສຸພາບມີໄຊ ພ້ອມດ້ວຍຄະນະເປັນຢ່າງສູງທີ່ເຫັນໄດ້ຄວາມສໍາຄັນ ຂອງການຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ແລະ ໃຫ້ສັນຍາວ່າຈະນໍາເອົາເຄື່ອງດັ່ງກ່າວນີ້ ໄປມອບຕໍ່ໃຫ້ເຖິງມືພໍ່ແມ່ປະຊາຊົນຢ່າງແທ້ຈິງ,ພ້ອມກ່າວອວຍພອນໄປຍັງຄະນະພັກ-ຄະນະນໍາກະຊວງ ປກສ ທຸກຂັ້ນທຸກສະຫາຍຈົ່ງມີສຸຂະພາບເຂັ້ມແຂງ,ມີພະລານາໄມສົມບູນ,ມີຄວາມຜາສຸກໃນຊີວິດສ່ວນຕົວແລະຄອບຄົວ ພ້ອມກັນສືບຕໍ່ປະຕິບັດວຽກງານໃຫ້ມີຜົນສໍາເລັດ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.

ພາບ-ຂ່າວ: ແກ້ວ ອຸເພັດ