ລາວໂທລະຄົມ ອວຍພອນ ກົມສື່ມວນຊົນ ໃນໂອກາດປີໃໝ່

0
629

ໃນວັນທີ 30 ທັນວາ ຜ່ານມາ, ທ່ານ ບົວສອນ ອຸໄທທິດ ຮອງຫົວໜ້າຝ່າຍການຕະຫຼາດບໍລິສັດລັດວິສາຫະກິດ ລາວໂທລະຄົມມະນາຄົມ ພ້ອມ ດ້ວຍຄະນະ ໄດ້ນໍາເອົາກະຕ່າງຂອງຂວັນ ເຂົ້າອວຍພອນກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2020 ຕ້ອນຮັບປີໃໝ່ ຄສ 2021,ຕາງໜ້າຮັບໂດຍ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ພ້ອມດ້ວຍຄະນະກົມເຂົ້າຮ່ວມ.

ທ່ານ ບົວສອນ ອຸໄທທິດ ກ່າວວ່າ: ເນື່ອງໃນໂອກາດ ສົ່ງທ້າຍປີເກົ່າ ຄສ 2020 ຕ້ອນ ຮັບປີໃໝ່ ຄສ 2021,ໃນນາມຕາງໜ້າບໍລິສັດ ຂໍອວຍພອນໄຊມາຍັງຄະນະພັກ-ຄະນະກົມສື່ມວນຊົນປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານນັກຮົບທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ,ສືບຕໍ່ຊີ້ນໍາ-ນໍາພາກໍາລັງ ປກສ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ.

ໃນໂອກາດນີ້, ພັອ ເພີນຄໍາ ແສງດາລາ ໄດ້ສະແດງຄວາມຂອບໃຈມາຍັງບໍລິສັດລັດວິສາຫະກິດລາວໂທລະຄົມມະນາຄົມ ທີ່ຍາມໃດກໍເຫັນໄດ້ຄວາມໝາຍ ຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ເວົ້າລວມ,ເວົ້າສະເພາະແມ່ນວຽກງານສື່ມວນຊົນ. ເຊິ່ງໄລຍະຜ່ານມາ, ກໍໄດ້ມີການອຸປະຖໍາມາໂດຍຕະຫຼອດ;ໂອກາດນີ້ ຂໍອວຍພອນໄຊມາຍັງປະທານບໍລິສັດ ພ້ອມດ້ວຍພະນັກງານພາຍໃນບໍລິສັດຈົ່ງມີສຸຂະພາບ ແຂງແຮງ,ປະສົບຜົນສໍາເລັດໃນໜ້າທີ່ວຽກງານ,ສືບຕໍ່ພັດທະນາວຽກງານການສື່ສານໃຫ້ມີຜົນສໍາເລັດ ແລະມີການພັດທະນາທີ່ຍິ່ງໃຫຍ່ກວ່າເກົ່າ.

ພາບ-ຂ່າວ: ສົມສະໄຫວ ສີລາວົງ