ກົມນະໂຍບາຍ ມອບວຽກງານໃຫ້ ກົມປະກັນສັງຄົມ

0
1434

ວັນທີ 30 ທັນວາ 2020, ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ຈັດພິທີມອບຮັບວຽກງານປະກັນສັງຄົມທີ່ຂຶ້ນກັບກົມນະໂຍບາຍ ໃຫ້ໄປຂຶ້ນກັບກົມປະກັນສັງຄົມ (ກົມຕັ້ງໃໝ່) ເພື່ອເປັນການປັບປຸງວຽກງານໃຫ້ເຂົ້າກັບສະພາບຄວາມເປັນຈິງ ແລະ ທັງເປັນການປັບປຸງວຽກງານປະກັນສັງຄົມໃຫ້ດີຂຶ້ນກ່າວເກົ່າ,ໂດຍມີ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍບັນ ດາຫົວໜ້າທັງສອງກົມ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັອ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ ລາຍງານວ່າ:ໄລຍະຜ່ານມາ, ກົມນະໂຍບາຍ ໄດ້ປະຕິ ບັດ ຕາມກົດໝາຍວ່າດ້ວຍປະ ກັນສັງຄົມ ຢ່າງຖືກຕ້ອງທຸກປະການ ແລະ ການກວດສອບຂອງໜ່ວຍສະເພາະກິດຕໍ່ກັບລາຍຮັບລາຍຈ່າຍ, ບັນຊີເງິນຝາກທະນາຄານ,ເງິນສົດ ແລະອື່ນໆ ແມ່ນມີຄວາມຖືກຕ້ອງ, ຊັດເຈນ ແລະໂປ່ງໃສ ບໍ່ມີການຮົ່ວໄຫຼຂອງທືນ ເພາະວ່າທຸກຄັ້ງການເບີກຈ່າຍ ລ້ວນແລ້ວແມ່ນໄດ້ຮັບການເຫັນດີ ເຫັນພ້ອມຈາກຂັ້ນເທິງທຸກປະການ.ຈາກນັ້ນ,ຫົວໜ້າກົມນະໂຍບາຍ ໄດ້ເຊັນບົດບັນທຶກມອບວຽກງານປະກັນສັງຄົມໃຫ້ຂຶ້ນກັບກົມປະກັນສັງຄົມ,ໂດຍການເຊັນຮັບຂອງ ພັອ ນາງ ວັດຊະລີ ສິດທິລືໄຊ ຫົວໜ້າກົມປະກັນສັງຄົມ.

ໂອກາດນີ້, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຍັງໄດ້ກ່າວວ່າ: ການມອບຮັບວຽກງານປະກັນສັງຄົມ ໃນຄັ້ງນີ້ ແມ່ນການຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງເປັນການປັບປຸງວຽກງານປະກັນສັງຄົມໃຫ້ດີຂຶ້ນກວ່າເກົ່າ ພ້ອມທັງຍົກສູງກົມປະກັນສັງຄົມທີ່ໄດ້ຮັບການສ້າງຕັ້ງຂຶ້ນໃໝ່ໃຫ້ມີພາລະບົດບາດອັນສະເພາະ ເພື່ອຕອບສະໜອງໃຫ້ກັບວຽກງານປະກັນສັງຄົມໃນທົ່ວກຳລັງປ້ອງກັນຄວາມສະຫງົບ ມີຄຸນນະພາບດີຂຶ້ນເລື້ອຍໆ.

ພາບ-ຂ່າວ: ຕິດແກ້ວ ກະລຸນໄຊ