ກອງບັນຊາການປ້ອງກັນທີ່ຕັ້ງ ປະກາດແຕ່ງຕັ້ງຄະນະພັກຮາກຖານ ແລະ ໜ່ວຍພັກ

0
996

ກອງ​ບັນຊາ​ການ​ປ້ອງ​ກັນ​ທີ່​ຕັ້ງ ກະຊວງປກສ ​ໄດ້​ຈັດ​ພິທີປະກາດການ​ບົ່ງ​ຕົວແຕ່ງ​ຕັ້ງ​ຄະນະພັກ​ຮາ​ກຖານ ​ແລະ ຄະນະໜ່ວຍພັກ​ທີ່​ຂຶ້ນ​ກັບ​ຄະ ນະ​ພັກ​ຮາກ​ຖານ​ກອງພັນ ​ໃນ​ວັນ​ທີ 29 ທັນວາ ຜ່ານມາ, ໂດຍມີ​ ພົຈວ ​ໄຊ​ສີ ​ແກ້ວ​ສະຫງ່າ ຄະນະ​ພັກ​ກະຊວງ ​ເລຂາ​ຄະນະ​ພັກ ຫົວໜ້າກອງ​ບັນ ​ຊາ​ການ​ປ້ອງ​ກັນ​ທີ່​ຕັ້ງ,​ ມີຄະນະ​ພັກ​ກອງພັນ 205, 206 ​ແລະ 207 ເຂົ້າຮ່ວມ.

​ໃນ​ພິທີ​, ພັທ ກອງ​ແກ້ວ ກຸ​ສາ​ນົນ ຄະນະ​ພັກ​ກອງ​ບັນຊາ​ການ ຫົວໜ້າຫ້ອງການ​ເມືອງ ​ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ສະບັບ​ເລກທີ 531/ຄພ.ປຕ, ລົງ​ວັນ​ທີ 15 ທັນວາ 2020 ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງ​ຕັ້ງ​ຄະນະພັກຮາກ​ຖານ ​ແລະຄະນະໜ່ວຍພັກ​ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ ​ກອງພັນ205 ​ມີ 5 ສະຫາຍ ຄື: ​ພັທ ດວງສະໝອນ ອຸລະ​ມະນີ​ວົງ ​ເປັນ​ເລຂາ, ພັທ ບຸນ​ດົງ ຄຳ​ວົງ​ສີ ​ເປັນ​ຮອງ​ເລຂາ, ພັທ ​ໄມ​ພອນ ພວງ​ຍະ​ສານ ​ເປັນ​ກຳມະ ການ (ຜູ້​ກວດກາ​ພັກ), ພັທ ບຸນ​ລຽບ ວົງ​ດາ​ລັກ ​ເປັນ​ຄະນະ, ພັທ ວຽງວິ​ໄລ ກັນລະຍາ ​ເປັນ​ຄະນະ;ຄະນະໜ່ວຍພັກ​ຮາກ​ຖານ​ ໝວດສຳນັກມີ 3 ສະຫາຍ,ໜ່ວຍພັກ​ ກອງຮ້ອຍ 1 ມີ 2 ສະຫາຍ, ໜ່ວຍພັກ​ກອງຮ້ອຍ 2 ມີ 2 ສະຫາຍ ​ແລະ ໜ່ວຍພັກ​ກອງຮ້ອຍ 3 ມີ 2 ສະຫາຍ. ​ພ້ອມ​ນີ້,​ໄດ້​ຜ່ານ​ຂໍ້​ຕົກລົງວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງ​ຕັ້ງ​ຄະນະໜ່ວຍພັກ​ ທີ່​ຂຶ້ນ​ກັບ​ຄະນະ​ພັກຮາກ​ຖານ ກອງພັນ​ 206 ​ແລະ ຂໍ້​ຕົກລົງວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງ​ຕັ້ງ​ຄະນະໜ່ວຍພັກ​ທີ່​ຂຶ້ນ​ກັບ​ຄະນະ​ພັກຮາກ​ຖານ ກອງ ພັນ​ 207 ຕື່ມ​ອີກ.

ໃນໂອກາດນີ້, ພົຈວ ​ໄຊ​ສີ ​ແກ້ວ​ສະຫງ່າ ​ໄດ້ໂອ້ລົມຕໍ່ພິທີ ເຊິ່ງໄດ້ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ ​ຕໍ່ຜົນງານ​ທີ່​ບັນດາສະຫາຍຍາດ​ມາ​ໄດ້.​ ພ້ອມທັງນັ້ນໃຫ້ເອົາໃຈໃສ່ສືບຕໍ່​​ຈັດ​ຕັ້ງ​ປະຕິບັດວຽກງານ, ຊີ້​ນຳ-ນຳພາວຽກງານວິຊາ​ສະ​ເພາະໃຫ້ພະນັກງານນັກຮົບອ້ອມ​ຂ້າງ​ກອງພັນປະຕິບັດໜ້າ ທີ່ວຽກງານທີ່​ຂັ້ນ​ເທິງ​ມອບໝາຍໃຫ້​ປະກົດ​ຜົນ​ເປັນ​ຈິງ.