ນັບແຕ່ມື້ເລີ່ມກໍ່ສ້າງເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ແຕ່ວັນທີ 4 ເມສາ 2018 ຫາ ວັນທີ 23 ທັນວາ 2020, ມີອຸບັດຕິເຫດເກີດຂຶ້ນທັງໝົດ 30 ຄັ້ງ ເຮັດໃຫ້ມີຜູ້ຊີວິດ 16 ຄົນ ແລະ ສ້າງຜົນເສຍຫາຍເປັນຈໍານວນຫຼາຍ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ຖະແຫຼງຕໍ່ນັກຂ່າວ ປກສ ໃນວັນທີ 29 ທັນວາ 2020 ວ່າ: ນັບແຕ່ມື້ເລີ່ມກໍ່ສ້າງເສັ້ນທາງດ່ວນນະຄອນ ຫຼວງວຽງຈັນ-ວັງວຽງ ເຖິງທ້າຍເດືອນທັນວານີ້ ມີອຸບັດຕິເຫດເກີດຂຶ້ນ 30 ຄັ້ງ, ສົ່ງຜົນເຮັດໃຫ້ພາຫະນະເປ່ເພ ທັງໝົດ 60 ຄັນ; ໃນນີ້, ເປ່ເພເລັກໜ້ອຍ 17 ຄັນ, ເປ່ເພສົມຄວນ 43 ຄັນ ແລະ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 16 ຄົນ; ສະເພາະຢູ່ເຂດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ 11 ຄັ້ງແລະ ມີຜູ້ເສຍຊີວິດ 6 ຄົນ; ສ່ວນແຂວງວຽງ ຈັນ ຢູ່ເຂດເມືອງໂພນໂຮງ ມີອຸບັດຕິເຫດ ເກີດຂຶ້ນທັງໝົດ 13 ຄັ້ງ ແລະ ມີຜູ້ເສຍຊີວິດ 8 ຄົນ; ຢູ່ເຂດເມືອງຫີນເຫີບ ມີອຸບັດຕິເຫດເກີດຂຶ້ນທັງໝົດ 3 ຄັ້ງ ແລະ ມີຜູ້ເສຍຊີວິດ 1 ຄົນ; ຢູ່ເຂດເມືອງວັງວຽງ ມີອຸບັດຕິເຫດເກີດຂຶ້ນທັງໝົດ 3 ຄັ້ງ ແລະ ມີຜູ້ເສຍຊີວິດ 1 ຄົນ. ນັບແຕ່ມື້ເປີດເສັ້ນທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໃນວັນທີ 20-23 ທັນວາ 2020, ມີອຸບັດຕິເຫດເກີດຂຶ້ນແລ້ວທັງໝົດ 4 ຄັ້ງ, ພາຫະນະເປ່ເພທັງໝົດ 5 ຄັນ; ໃນນີ້, ເກີດຢູ່ເມືອງນາຊາຍທອງ 1 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 1 ຄັນ, ເປ່ເພສົມຄວນ 1 ຄັນ; ເກີດຢູ່ເມືອງໂພນໂຮງ 3 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 1 ຄັນ, ເປ່ເພສົມຄວນ 2 ຄັນ.

ຫົວໜ້າກົມຕໍາຫຼວດຈະລາຈອນ ກ່າວຕື່ມອີກວ່າ: ສາເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດເກີດ ຂຶ້ນຢູ່ເສັ້ນທາງດ່ວນນັ້ນ ແມ່ນເກີດຈາກຫຼາຍປັດໄຈ ເປັນຕົ້ນແມ່ນເກີດຈາກຕົວຂອງຜູ້ຂັບຂີ່ເອງທີ່ບໍ່ປະຕິບັດ ແລະ ເຄົາລົບກົດລະບຽບຈະລາຈອນ ໂດຍຂັບຂີ່ດ້ວຍຄວາມໄວເກີນທາງ ການກຳນົດໄວ້, ຂັບຂີ່ລົດບໍ່ໃຫ້ກຽດເຊົ່ງກັນແລະກັນ, ຜູ້ຂັບຂີ່ຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈກ່ຽວກັບຊ່ອງທາງຈະລາຈອນ. ນອກນີ້, ຍັງເກີດຈາກສະພາບເເວດລ້ອມ, ເກີດຈາກສັດ ທີ່ລິດລອດເຂົ້າໄປໃນເສັ້ນທາງດ່ວນແລ້ວພາໃຫ້ເກີດອຸບັດຕິເຫດຕາມມາ.

ຕໍ່ກັບບັນຫາການລະເມີດກົດລະບຽບຂອງຜູ້ຂັບຂີ່ນີ້, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ທີ່ປະຈໍາຢູ່ເສັ້ນທາງດ່ວນ ຈະອອກເຄື່ອນໄຫວເຮັດໜ້າທີ່ໃນການກວດກາສາລະເວຢູ່ຕາມທາງດ່ວນ ເມື່ອພົບເຫັນຜູ້ຂັບຂີ່ລະເມີດກົດລະບຽບຈະລາຈອນ ເປັນຕົ້ນແມ່ນຂັບຂີ່ລົດໄວເກີນປ້າຍຫ້າມ, ຂັບຂີ່ບໍ່ຖືກຊ່ອງທາງຈະລາຈອນ ຫຼື ຢຸດຈອດລົດລົງໄປຖ່າຍຮູບຢູ່ຕາມແຄມ ເຈົ້າໜ້າທີ່ຈະໄດ້ສຶກສາອົບຮົມກ່າວເຕືອນ, ແຕ່ຖ້າວ່າໃນອະນາ ຄົດ ຫາກມີດຳລັດ ຫຼື ມາດຕະການຈາກຂັ້ນເທິງອອກມາ ເຈົ້າໜ້າທີ່ຈະເຂັ້ມງວດໃຊ້ມາດຕະການປັບໃໝ ຖ້າຫາກຜູ້ຂັບຂີ່ຍັງຝືນດື້ລະເມີດກົດລະບຽບຈະລາຈອນ, ເຊິ່ງການປັບໃໝນັ້ນແມ່ນເປັນການດັດນິໃສຂອງຜູ້ຂັບຂີ່ທີ່ສືບຕໍ່ລະເມີດກົດລະບຽບຈະລາຈອນ ໃຫ້ຫັນມາໃສ່ໃຈປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອເປັນການປ້ອງກັນບໍ່ໃຫ້ຕົວທ່ານເອງເກີດອຸບັດຕິເຫດ ຫຼື ເສຍຊີວິດຈາກອຸບັດຕິເຫດ.