ປກສ ແຂວງເຊກອງ ຝຶກອົບຮົມກຽມຄວາມພ້ອມ ບັ້ນເລືອກຕັ້ງສະມາຊິກສະພາ

0
952

ກອງບັນຊາການ​ ປກສ ແຂວງເຊກອງ ໄດ້ກະກຽມຄວາມພ້ອມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະ ຊາຊົນແຂວງຊຸດທີ 2 ໃນທົ່ວປະເທດ ຈະໄດ້ເລືອກຕັ້ງໃນວັນທີ 21ກຸມພາ 2021 ດ້ວຍການຝຶກອົບຮົມຄວາມຮູ້ດ້ານຕ່າງໆໃຫ້ພະນັກງານໃນທົ່ວກໍາລັງປ້ອງກັນຄວາມສະຫງົບ,ເມື່ອບໍ່ດົນມານີ້; ມີຄະນະພັກຄະນະກອງ,​ຫົວໜ້າ,​ຮອງຫ້ອງ,​ ຫົວໜ້າພະແນກ-ຮອງພະແນກ ແລະ​ ພະ ນັກງານຫຼັກແຫຼ່ງທົ່ວກອງບັນຊາການ​ປກສ​ ແຂວງເຂົ້າຮ່ວມ.

ພົຈວ​ ສົມໄຊ​ ພູລະຄໍາມະນີ​ ຫົວໜ້າກອງບັນຊາການ​ ປກສ​ ແຂວງ ປະທານກອງປະຊຸມ​ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການກະກຽມເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຊຸດທີ II ເປັນບັ້ນສຶກສາອົບຮົມການເມືອງແນວຄິດຕິດພັນກັບການສ້າງຂະ ບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ເພື່ອເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກໃນການສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ-ຄຸ້ມຄອງສັງ ຄົມຕາມກົດໝາຍ; ເພີ່ມທະວີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະລະບອບໃໝ່,ເພີ່ມທະວີຄວາມສາມັກຄີເປັນເອກະພາບໃນຖັນແຖວ ພະນັກງານລັດຖະກອນ, ສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໃຫ້ນັບມື້ໜັກແໜ້ນເຂັ້ມແຂງ.

ເປັນການເປີດບັ້ນການຝຶກອົບຮົມໃນທົ່ວພັກ,ທົ່ວປວງຊົນຢ່າງກ້ວາງຂວາງເລິກເຊິ່ງ ເພື່ອສຶກສາອົບຮົມການເມືອງແນວຄິດແລະປຸກລະດົມການເສີມຂະຫຍາຍ ຈິດໃຈຮັກຊາດຕິດພັນກັບການຮັກລະບອບປະຊາທິປະໄຕ ປະຊາຊົນ; ຍົກສູງສະຕິຊາດເປັນເອກະພາບ ແລະ ຄວາມສາ ມັກຄີເປັນປຶກແຜ່ນ, ມີສະຕິລະວັງຕົວ; ເດັດດ່ຽວເປັນເຈົ້າການຕອບຕ້ານທຸກກົນອຸບາຍ ແລະ ການກະທໍາຂອງພວກຄົນບໍ່ດີທີ່ຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ, ການຝຶກອົບຮົມໃນຄັ້ງນີ້ ເປັນບາດກ້າວສຳຄັນໃນການປັບປຸງ ແລະ ຍົກລະດັບຄວາມຮູ້, ທັດສະນະທີ່ຖືກຕ້ອງ, ເປັນເອກະພາບຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຕາມກົດໝາຍ.​

ໃນພິທີ, ຍັງໄດ້ປະການເລື່ອນຊັ້ນໃຫ້ນາຍ ແລະ​ ພົນຕໍາຫຼວດ. ໃນນີ້, ເລື່ອນຊັ້ນຮ້ອຍຕີ​ ຂຶ້ນ​ຮ້ອຍໂທ​ ມີ​ 4​ ສະຫາຍ,​ ວາທີ​ ຂຶ້ນ​ຮ້ອຍຕີ​ 4​ ສະຫາຍ,​ ສິບເອກ​ ຂຶ້ນ​ວາທີ​ 8​ ສະຫາຍ,​ ສິບໂທ ຂຶ້ນ​ສິບເອກ 61 ສະຫາຍ, ປະດັບຊັ້ນໂດຍ​ ພົຈວ​ ສົມໄຊ​ ພູລະຄໍາມະນີ​.