ການຝຶກອົບຮົມໃຫ້ແກ່ພະນັກງານຫຼັກແຫຼ່ງແຂວງຫຼວງນ້ຳທາ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ II, ໄດ້ຈັດຂຶ້ນໃນທ້າຍເດືອນີ່ຜ່ານມາ ທີ່ສະໂມສອນແຂວງຫຼວງນ້ຳທາ; ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ເຈົ້າແຂວງຫຼວງນ້ຳທາ, ມີປະທານສະພາປະຊາຊົນແຂວງ, ບັນດາການນຳຂັ້ນແຂວງ-ຂັ້ນເມືອງ, ອະດີດການນໍາຂອງແຂວງສະມາຊິກສະພາປະຊາຊົນແຂວງ, ພະນັກງານຫຼັກແຫຼ່ງຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ຄຳໄຫຼ ສີປະເສີດ ໄດ້ກ່າວຕໍ່ບັ້ນຝຶກອົບຮົມໃນຄັ້ງນີ້ວ່າ: ຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງການສະເໜີເອກະສານ ແລະ ພ້ອມກັນສຸມໃສ່ຄົ້ນຄວ້າເຊື່ອມຊຶມບາງວຽກງານທີ່ສໍາຄັນ ຄື: ຮັບຟັງການເຜີຍແຜ່ເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 118/ກມສພ, ລົງວັນທີ 7 ກັນຍາ 2020 ວ່າດ້ວຍການເພີ່ມທະວີການຊີ້ນໍາ-ນໍາພາຂອງຄະນະພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານ ວ່າດ້ວຍການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II; ຮັບຟັງການເຜີຍແຜ່ເຊື່ອມ ຊຶມເອກະສານວ່າດ້ວຍການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ II; ຮັບຟັງການສະເໜີ ຄໍາແນະນໍາ ຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II. ນອກນີ້, ຍັງຈະໄດ້ປະກອບຄໍາ ຄິດຄໍາເຫັນ, ຊັກຖາມ, ຊີ້ແຈງ ຂອງຜູ້ ແທນກອງປະຊຸມຕື່ມອີກ.

ຊຸດຝຶກອົບຮົມຄັ້ງນີ້, ເຫັນໄດ້ວ່າບັນດາສະຫາຍຜູ້ແທນກອງປະຊຸມໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາໃນການຄົ້ນຄວ້າ, ປະກອບຄໍາເຫັນທີ່ເປັນປະໂຫຍດໃສ່ເນື້ອໃນຕ່າງໆໃຫ້ເລິກເຊິ່ງເຖິງຖອງ, ກ້າວໄປເຖິງຄວາມເປັນເອກະພາບດ້ານທັດສະນະ ແລະ ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ.