ຫ້ອງສັນຕິບານ ປກສ ແຂວງຫຼວງນ້ຳທາ ເຜີຍແຜ່ເອກະສານສຳຄັນ

0
570

ຫ້ອງສັນຕິບານ ປກສ ແຂວງຫຼວງນ້ຳທາ ຈັດພິທີເຜີຍແຜ່ເອກະສານສຳຄັນ ໃຫ້ພະນັກງານຫຼັກແຫຼ່ງທົ່ວຫ້ອງ ຮັບຮູ້ເຊື່ອມຊຶມ ແລ້ວນຳໄປຈັດ ຕັ້ງປະຕິບັດຢ່າງເຂັ້ມງວດ,ເມື່ອບໍ່ດົນມານີ້.ໂດຍມີ ພັອ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ,ມີຄະນະຫ້ອງ, ພ້ອມດ້ວຍຫົວໜ້າ-ຮອງ ພະແນກ ແລະ ພະນັກງານນັກຮົບພາຍໃນຫ້ອງເຂົ້າຮ່ວມ.

ພັທ ພອນແກ້ວ ພົງແສນຫຼວງ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ ກ່າວວ່າ: ເອກະສານທີ່ນຳມາເຜີຍເເຜ່ ເຊື່ອມຊຶມຄັ້ງນີ້ ປະກອບມີເອກະ ສານວ່າດ້ວຍການຂຶ້ນແຜນນຳພາບັນຊາ ໃນກຳລັງປ້ອງກັນຄວາມສະຫງົບ;ຜົນສຳເລັດການຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ 7 ຂອງອົງຄະ ນະພັກແຂວງ; ເອກະສານທິດທາງ ແລະ ຄາດໝາຍສູ້ຊົນຂອງການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກແຂວງຫຼວງນ້ຳທາ ໃນໄລຍະ 5 ປີ (2021-2025). ນອກນີ້, ຍັງໄດ້ຜ່ານຂໍ້ຕົກລົງ, ແຈ້ງການ ແລະ ມະຕິຄຳສັ່ງຂອງແຂວງ, ກຳລັງ ປກສ ແຂວງ ແລະ ກະຊວງຕື່ມອີກ.

ການເຜີຍແຜ່ເອກະສານໃນຄັ້ງນີ້ ກໍເພື່ອສ້າງໃຫ້ພະນັກງານນັກຮົບ ສາມາດກຳແໜ້ນແນວທາງນະ ໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ, ຂອງກຳລັງໃນແຕ່ລະໄລຍະ ທັງເປັນການປຸກຈິດສຳ ນຶກ, ເປັນການສ້າງສະຕິ, ການອົບຮົມດ້ານການເມືອງແນວຄິດ ໃຫ້ແກ່ພະນັງານນັກຮົບ,ພ້ອມທັງເປັນການຍົກສູງສະຕິຕໍ່ການຈັດຕັ້ງ,ເປັນເຈົ້າການໃນການຕື່ນຕົວຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດ ສະນະການເມືອງໜັກແໜ້ນຕື່ມອີກ.ຜ່ານການເຊື່ອມຊຶມເອກະສານ ເຫັນໄດ້ວ່າ ພະນັກງານນັກຮົບແຕ່ລະສະຫາຍໄດ້ພ້ອມກັນເປັນເຈົ້າການເຊີດຊູຄວາມຮັບຜິດ ຊອບໃນການເອົາໃຈໃສ່ຕິດຕາມຮັບຟັງ,ຕັ້ງໜ້າຄົ້ນຄວ້າກຳແໜ້ນດ້ານເນື້ອໃນເອກະສານຕ່າງໆ ແລະ ຕີບັນຫາໃຫ້ແຕກ,ໄຈ້ແຍກບັນຫາໄດ້ຢ່າງເລິກເຊິ່ງ.