ໃນວັນທີ 5 ມັງກອນ 2021, ຄະນະວິຊາຄູສືບຂ່າວວິທະຍາຄານກົມມະດໍາ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານກໍ່ສ້າງຮາກຖານການເມືອງ ຢູ່ບ້ານໂພນສູງ ປະຈໍາປີ 2020 ແລະ ວາງທິດທາງແຜນການປີ 2021 ໂດຍພາຍໃຕ້ການເປັນປະທານຂອງ ພັທ ຄໍາດີ ແສນວົງສາ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດໍາ , ມີທ່ານ ອໍາພອນ ອາໄພ ເລຂາພັກບ້ານ ນາຍບ້ານໂພນສູງ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.

ພັທ ວັນລົບ ຟອງສົມພາ ຮອງຫົວໜ້າຄະນະວິຊາຄູສືບຂ່າວ ວິທະຍາຄານກົມມະດໍາ ຜູ້ຊີ້ນໍາວຽກງານການເມືອງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ໂດຍຕິດພັນກັບວຽກງານ 3 ສ້າງປະຈໍາປີ 2020 ແລະ ວາງທິດທາງປີ 2021 ໂດຍຕິດພັນກັບຂົງເຂດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ອົງການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນ ເຄື່ອນໄຫວເຮັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນບັນຫາສໍາຄັນ. ໃນນັ້ນ, ບ້ານໂພນສູງ ມີທັງໝົດ 240 ຫຼັງຄາເຮືອນ, ມີ 281 ຄອບຄົວ, ມີພົນລະເມືອງທັງຫມົດ 1,209 ຄົນ, ຍິງ 614 ຄົນ ແລະ ມີ 3 ຊົນເຜົ່າ.

ຕະຫຼອດ ໄລຍະ 1 ປີທີ່ຜ່ານມາ, ຄະນະວິຊາຄູສືບຂ່າວ ໄດ້ພົວພັນແລກປ່ຽນວຽກງານການເມືອງ 56 ຄັ້ງ, ເຂົ້າຮ່ວມຮັບຟັງປາຖະກະຖາວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ 1 ຄັ້ງ, ດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຊີ້ນໍາບ້ານຈັດຕັ້ງປ້ອງກັນເວນຍາມ, ການປ່ອນບັດສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງໄດ້ 4 ຄັ້ງ, ຈັດຕັ້ງປ້ອງກັນເວນຍາມໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ໄດ້ 20 ຄັ້ງ, ປ້ອງກັນບຸນປະເພນີ ໄດ້ 10 ຄັ້ງ, ແລະ ປ້ອງກັນການສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ໄດ້ 33 ຄັ້ງ.

ນອກຈາກຜົນງານດັ່ງກ່າວ, ປະຊາຊົນພາຍໃນບ້ານຍັງສາມາດພັດທະນາເສດຖະກິດໄດ້ ເຊັ່ນ: ເນື້ອທີ່ທໍາການຜະລິດເຂົ້ານາປີທັງໝົດ 281,31 ເຮັກຕາ, ຜົນຜະລິດໄດ້ 984,5 ໂຕນຕໍ່ປີ, ເນື້ອທີ່ຜະລິດເຂົ້ານາແຊງ 32.26 ເຮັກຕາ, ຜົນຜະລິດໄດ້ 128.8 ໂຕນຕໍ່ປີ; ດ້ານການລ້ຽງ ແລະ ການປະມົງ, ທົ່ວບ້ານມີຄວາຍ 53 ໂຕ, ມີງົວ 720 ໂຕ, ແບ້ 64 ໂຕ, ຫມູ 15 ໂຕ, ສັດປີກ 13,500 ໂຕ, ມີໜອງປາ 20 ໜອງ, ປ່ອຍປາແລ້ວ 20.000 ໂຕ ແລະ ມີຄອບຄົວພົ້ນເດັ່ນ ໃນການລ້ຽງສັດ 120 ຄອບຄົວ. ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບຢ່າງມີເນື້ອໃນສົມບູນຄົບຖ້ວນ.

ໂອກາດດຽວກັນນີ້, ພັທ ຄໍາດີ ແສນວົງສາ ໄດ້ຕີລາຄາສູງ ແລະ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານມາຍັງຄະນະວິຊາຄູສືບຂ່າວທີ່ໄດ້ເອົາໃຈໃສ່ເຮັດໜ້າທີ່ວຽກງານການເມືອງແນວຄິດໃຫ້ພໍ່-ແມ່ ປະຊາຊົນພາຍໃນບ້ານເຄື່ອນໄຫວ ເຮັດຫນ້າທີ່ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ຕິດພັນກັບວຽກງານສາມສ້າງ ໂດຍຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນສັງຄົມ, ເອົາໃຈໃສ່ຕິດຕາມກໍາແໜ້ສະພາບການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ ແນໃສ່ຊຸກຍູ້ ແລະ ຊ່ວຍເຫຼືອອໍານາດການປົກຄອງຂັ້ນບ້ານ, ກໍາລັງ ປກຊ-ປກສ ບ້ານ ແກ້ໄຂກໍລະນີຕ່າງໆທີ່ຈະເກີດຂຶ້ນຢູ່ໃນບ້ານໃຫ້ທັນເວລາ, ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຂ່າວ-ພາບ: ວັນນະເລດ ລໍວັນໄຊ