ອະນຸກຳມະການຂະບວນການ ພ້ອມຮອບດ້ານກຽມສະເຫຼີມສະຫຼອງວັນສ້າງຕັ້ງກຳລັງ ປກສ ຄົບຮອບ 60 ປີ

0
999

ອະນຸກຳມະການຂະບວນການ ແຂ່ງຂັນ,ສີລະປະ, ນະໂຍບາຍ ແລະ ຍ້ອງຍໍ ໄດ້ເອົາໃຈໃສ່ຫຼາຍໜ້າວຽກສຳຄັນ ເພື່ອກະກຽມໃນການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ (5/4/1961-5/4/2021) ທີ່ຈະມີຂຶ້ນໃນມໍ່ໆນີ້.ມາເຖິງປັດຈຸບັນ, ບັນ ດາໜ້າວຽກທີ່ຄະນະກຳມະການຮັບຜິດຊອບມີຄວາມພ້ອມຮອບດ້ານ.

ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ຮອງຫົວໜ້າຄະນະຮັບຜິດຊອບວຽກງານຂະ ບວນການແຂ່ງຂັນ, ສີລະປະ,ນະໂຍ ບາຍ ແລະ ຍ້ອງຍໍ ກ່າວໃນຕໍ່ທິມງານຂ່າວ ປກສ ໃນວັນທີ 6 ມັງກອນ 2021ວ່າ: ພາຍຫຼັງໄດ້ຮັບການເຊື່ອມຊືມຂໍ້ຕົກລົງແຕ່ງຕັ້ງແລະ ແຜນ ການຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ,ຄະນະຮັບຜິດຊອບອະນຸກຳມະການສ້າງຂະບວນການ ໄດ້ຈັດຕັ້ງກອງປະຊຸມຂຶ້ນ ເພື່ອ ປຶກສາຫາລືວາງແຜນການເຄື່ອນໄຫວ, ອອກຂໍ້ຕົກລົງແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ອອກແຈ້ງການໃຫ້ບັນດາກົມກອງອ້ອມຂ້າງກະຊວງ ປກສ, ກອງບັຊາການ ປກສ ນະຄອນຫຼວງ ແລະ ບັນດາກອງບັນຊາການ ປກສ ແຂວງໃນທົ່ວປະເທດ ໃຫ້ຈັດຕັ້ງປະຕິບັດແຜນການ, ພ້ອມທັງ ຕິດຕາມຊຸກຍູ້ສ້າງແຜນການເຄື່ອນໄຫວຂອງບັນດາກົມກອງ, ທ້ອງຖິ່ນ ໃນການສ້າງຂະບວນການດ້ານຕ່າງໆ ຢ່າງເປັນຂະບວນກວ້າງຂວາງ.

ສຳລັບການເຄື່ອນໄຫວຂອງອະນຸກຳມະການຂະບວນການ ແຂ່ງຂັນປະຕິບັດລະບຽບວິໄນ, ແຂ່ງຂັນກິລາ, ສີລະປະ, ນະໂຍບາຍ ແລະ ຍ້ອງຍໍ ໃນປັດຈຸບັນໄດ້ສຸມໃສ່ຈັດຕັ້ງປະຕິບັດ ຫຼາຍໜ້າວຽກ ສະແດງອອກຄື: ໄດ້ສຸມໃສ່ຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນງານໃຫຍ່ 41 ໂຄງ ການຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຮັບປະກັນໄດ້ຄວາມສະ ຫງົບ, ປອດ ໄພຮອບດ້ານ; ຍູ້ແຮງຂະບວນການກໍ່ສ້າງຮາກຖານການເມືອງ ໃນການເຮັດວຽກງານປ້ອງກັນຄວາມສະຫງົບຢູ່ຮາກຖານ,ບັນ ດາຈຸດສຸມທີ່ຫຼໍ່ແຫຼມ, ກໍາໄດ້ການເຄື່ອນໄຫວບັນດາເປົ້າໝາຍກໍ່ອາຊາຍະກຳທຸກຮູບແບບ,ສຸມໃສ່ເຮັດວຽກງານສະກັດກັ້ນ ແລະ ແກ້ໄຂຢ່າງເຂັ້ມງວດບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ສຸມໃສ່ຈັດຕັ້ງເປີດຂະບວນການແຂ່ງຂັນສິລະປະ-ວັນນະຄະດີ, ປະກວດນັກຮ້ອງສຽງດີ,ຂັບລຳ, ກາບກອນ, ເລື່ອງສັ້ນ ແລະ ແຂ່ງຂັນກິລາປະເພດຕ່າງໆ ໂດຍມອບໃຫ້ບັນດາກົມໃຫຍ່, ຫ້ອງວ່າການ, ກົມ,ວິທະຍາຄານ, ລັດວິສາຫະກິດບໍລິການຄວາມປອດໄພ, ກອງບັນຊາການ ປກສ ນະຄອນຫຼວງ ແລະ ບັນດາກອງບັນຊາການ ປກສ ແຂວງທົ່ວປະເທດ ຈັດຕັ້ງແຂ່ງຂັນກັນເອງຕາມເງື່ອນໄຂທີ່ເໝາະສົມ; ສ້າງສະປອດໂຄສະນາມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບຄົບຮອບ 60 ປີ ໄດ້ສໍາເລັດ.

ຊຸກຍູ້ອົງການຈັດຕັ້ງມະຫາຊົນສ້າງຂະບວນການອອກແຮງງານອານາໄມລວມປະດັບປະດາກົມກອງ, ປັບປຸງອາຄານສະຖານທີ່ເຮັດວຽກໃຫ້ມີຄວາມສະອາດຈົບງາມ ແລະ ມີສີຂຽວ; ຄົ້ນຄວ້າປະຕິບັດນະໂຍບາຍເລື່ອນຊັ້ນ ແລະ ຍ້ອງຍໍປະເພດຕ່າງໆ ໃຫ້ພະນັກງານ-ນັກຮົບຜູ້ທີ່ມີຜົນງານດີເດັ່ນ; ສ້າງແຜນການເຄື່ອນໄຫວເກັບກໍາຂໍ້ມູນ ແລະ ສໍາພາດພະນັກ ງານບໍານານອາວຸໂສ, ວຽກດີພະນັກງານເດັ່ນໃນການປະຕິບັດໜ້າ ທີ່ວິຊາສະເພາະແຕ່ລະກົມກອງ, ທ້ອງຖິ່ນ ແລະ ໄດ້ກະກຽມເອື້ອອໍານວຍຄວາມສະດວກ ໃຫ້ຄະນະນຳກະຊວງປ້ອງກັນຄວາມສະຫງົບ, ຄະນະ ພັກຂັ້ນຕ່າງໆ ຈັດຕັ້ງເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ຢູ່ອານຸສາວະລີນັກຮົບປະຕິວັດ, ຫໍ່ພິພິທະພັນປະທານໄກສອນ ພົມວິ ຫານ; ມາ ເຖິງປັດຈຸບັນ, ອະນຸກຳມະການຂະບວນການມີຄວາມພ້ອມຮອບດ້ານ ໃນກະກຽມການສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະ ຫງົບ ຄົບຮອບ 60 ປີ.

ພາບ-ຂ່າວ: ຈັນສະໝອນ ໝື່ນສີ