ບ້ານຫີນເຫີບໃຕ້ ແລະ ບ້ານວັງຄີ ຖືກຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີ

0
504

ທ້າຍອາທິດ ຜ່ານມາ, ຫ້ອງວ່າການປົກຄອງເມືອງຫີນເຫີບ ແຂວງວຽງຈັນ ໄດ້ຈັດພິທີຮັບຮອງເອົາບ້ານຫີນເຫີບໃຕ້ ແລະ ບ້ານວັງຄີ ເປັນບ້ານປ້ອງກຄວາມສະຫງົບດີ,ໂດຍມີ ທ່ານ ຄຳຫຼ້າ ບຸນຍາສິງ ຮອງເຈົ້າເມືອງຫີນເຫີບ ແລະ ພັທ ບຸນນອງ ຊາມຸນຕີ ຮອງຫົວໜ້າກອງບັນຊາ ການ ປກສ ແຂວງ, ມີຫົວໜ້າກອງບັນຊາການ ປກສ ເມືອງຫີນເຫີບ,ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ,ພ້ອມດ້ວຍນາຍບ້ານ ແລະ ປະຊາຊົນພາຍໃນ 2 ບ້ານເຂົ້າຮ່ວມ.

ທ່ານ ຄຳພາ ວົງຄຳສານ ນາຍບ້ານວັງຄີ ຕາງໜ້າປະຊາຊົນ 2 ບ້ານຂຶ້ນຜ່ານບົດສະຫຼຸບການເປີດຂະບວນການສ້າງຄອບຄົວ ແລະບ້ານປ້ອງກັນ ຄວາມສະຫງົບດີ ວ່າ:ບ້ານຫີນເຫີບໃຕ້ ແລະ ບ້ານວັງຄີ ລວມມີ 375 ຫຼັງຄາເຮືອນ,ມີ 375 ຄອບຄົວ,ມີ 28 ໜ່ວຍສາມັກຄີ,ມີພົນລະເມືອງ ທັງໝົດ 1.995 ຄົນ, ຍິງ 1.030 ຄົນ,ມີ 2 ຊົນເຜົ່າ,ປະຊາຊົນສ່ວນຫຼາຍແມ່ນມີມູນເຊື້ອດຸໝັ່ນຂະຫຍັນພຽນ ໃນການຜະລິດກະສີກຳ ແລະ ຄ້າຂາຍ, ບ້ານຫີນເຫີບໃຕ້ ແລະ ບ້ານວັງຄີ ແມ່ນມີອົງການຈັດຕັ້ງພັກລັດເປັນລະບົບຄົບຊຸດ, ມີຄວາມເຂັ້ມແຂງຮອບດ້ານ.ໃນປີຜ່ານມາ, ຄະ ນະພັກ,ອຳນາດການປົກຄອງບ້ານໄດ້ຊີ້ນຳນຳພາ,ລົງໃກ້ສິດຕິດແທດກັບປະຊາຊົນແຕ່ລະຄອບຄົວ ໂດຍນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະ ສານທີ່ສຳຄັນຕ່າງໆ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມເປັນແຕ່ລະໄລຍະ ຈຶ່ງເຮັດໃຫ້ປະຊາຊົນພາຍໃນບ້ານມີຄວາມຮັບຮູ້, ມີຄວາມເຂົ້າໃຈຢ່າງຈະແຈ້ງ ພ້ອມທັງຕື່ນຕົວເຂົ້າຮ່ວມຂະບວນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆຢ່າງເປັນເຈົ້າການ.ໃນໄລຍະຜ່ານມາ,ສາມາດຕີລາຄາປະເມີນຜົນ,ຕາມ 5 ມາດຖານ ຂອງຄອບຄົວ ສາມາດສັງລວມໄດ້ ດັ່ງນີ້: ປະເພດຄອບຄົວປະຕິບັດໄດ້95% ຂຶ້ນໄປ ມີ 130ຄອບຄົວ, ປະເພດຄອບຄົວ 85-94% ມີ 47ຄອບຄົວ ແລະ 6 ມາດຖານບ້ານທີ່ເຮັດວຽກງານປ້ອງກັນຄວາມສະຫງົບດີ ແຕ່ລະມາດຖານປະເມີນໄດ້ 97,5% ຖ້າທ່ຽບໃສ່ມາດຖານເງື່ອນໄຂແລ້ວບ້ານຫີນເຫີບໃຕ້ ແລະ ບ້ານວັງຄີ ສາມາດຮັບຮອງເປັນບ້ານປ້ອງກັນຄວາມສະຫງົບດີ ໄດ້ຕາມລະບຽບ.

ໃນພິີທີ,ໄດ້ຮັບຮອງເອົາ 2 ບ້ານດັ່ງກ່າວນີ້ ເປັນບ້ານປ້ອງກັນຄວາມສະຫງົບດີ, ໂດຍມີ ພັທ ບຸນນອງ ຊາມຸນຕີ ຮອງຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ ໄດ້ມອບໃບຢັ້ງຢືນໃຫ້ນາຍບ້ານທັງ 2 ບ້ານ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.