ກ່ອນໜ້ານີ້, ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໄດ້ກຳນົດນະໂຍບາຍ 6 ສ ເພື່ອສ້າງຕົວເມືອງນະຄອນຫຼວງວຽງຈັນ ໃຫ້ເປັນເມືອງໜ້າຢູ່ ຄື: ສ ສະຫງົບສຸກ, ສ ສະອາດ, ສ ສີຂຽວ, ສ ສະຫວ່າງ, ສ ສະເໜ່ ແລະ ສ ສີວິໄລ. ແຕ່ຜ່ານກົນໄກການຈັດຕັ້ງປະຕິບັດຕະຫຼອດຫຼາຍປີຜ່ານມາແມ່ນຍັງບໍ່ທັນບັນລຸຕາມເປົ້າໝາຍ ໂດຍສະເພາະ ສ ສະອາດ; ເຊິ່ງປັດຈຸບັນ, ຍັງພົບເຫັນຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ບັນຫາຮົກເຮື້ອຢູ່ຕົວເມືອງ-ຊານເມືອງ ຍ້ອນພໍ່-ແມ່ປະຊາຊົນ ແລະ ຜູ້ປະກອບການຈໍານວນໜຶ່ງບໍ່ໃຫ້ຄວາມຮ່ວມມືຖິ້ມຂີ້ເຫຍື້ອ, ຂາຍເຄື່ອງຊະ ຊາຍ, ປ່ອຍໃຫ້ດິນເປົ່າຫວ່າງຮົກເຮື້ອ ແລະ ບັນຫາອື່ນໆ.

ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ຍອມຮັບວ່າ: ການຈັດຕັ້ງປະຕິບັດວຽກງານຄວາມບໍ່ເປັນລະ ບຽບຮຽບຮ້ອຍ ແລະ ບັນຫາຮົກເຮື້ອຢູ່ຕົວເມືອງນະຄອນຫຼວງວຽງຈັນ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ຍ້ອນບາງກໍລະນີອອກໃບອະນຸຍາດໃຫ້ເປັນບ່ອນພັກອາໃສ ແຕ່ພັດຫັນໄປເປັນຮ້ານອາຫານ, ເຮືອນພັກ, ໂຮງແຮມ ຈຶ່ງພາໃຫ້ມີບັນຫາກ່ຽວກັບການຈອດລົດ, ມີບາງຈຸດດິນເປົ່າຫວ່າງ, ບໍ່ມີຮົ້ວອອ້ມ, ບໍ່ຖາງຫຍ້າ, ບໍ່ອະນາໄມ, ເຮັດໃຫ້ເປັນບ່ອນຮົກເຮື້ອ, ບາງຄົນກໍຖິ້່ມຂີ້ເຫຍື້ອໃສ່ ແຕ່ຊອກຫາເຈົ້າຂອງບໍ່ເຫັນ. ບາງອາຄານ, ບາງບໍລິສັດ ກໍສ້າງຍັງບໍ່ທັນສໍາເລັດ ປະໄວ້ເປັນໂຄງສ້າງ ເຮັດໃຫ້ເປັນອາຄານຮ້າງບໍ່ສວຍງາມໃນເວລາລົງກ່າວເຕືອນບໍ່ໃຫ້ການຮ່ວມມື, ບາງບ່ອນກິດຈະການຕໍ່ ແລະ ບໍ່ຮູ້ຮອດເຈົ້າຂອງ, ຜູ້ປະກອບການແຄມທາງມີຄວາມຊິນເຄີຍໃນການນໍາໃຊ້ເຂດສະຫງວນຂອງເສັ້ນທາງເປັນບ່ອນວາງຂາຍເຄື່ອງເຫັນແກ່ຜົນປະໂຫຍດສ່ວນຕົວ, ເວລາລົງໄປກ່າວເຕືອນ ກໍຍ້າຍອອກ ບາງກໍລະນີເວລາຄະນະກໍາມະການຈັດສັນກັບ ກໍຍ້າຍມາວາງຂາຍບ່ອນເກົ່າ, ການແກ້ໄຂບັນຫາຂາຍເຄື່ອງຊະຊາຍຍັງບໍ່ເດັດຂາດ, ເຖິງຈະມີການກ່າວເຕືອນ, ຢຶດສິນຄ້າ ຫຼື ດໍາເນີນການຕາມຂະບວນຍຸຕິທໍາ ແຕ່ຜູ້ກະທໍາຜິດຍັງບໍ່ເຂັດຫຼາບ ຍັງສືບຕໍ່ລະເມີດຂາຍເຄື່ອງຊະຊາຍ.

ນອກນັ້ນ, ຜູ້ຂາຍເຄື່ອງຕາມເສັ້ນທາງຈໍານວນໜຶ່ງແມ່ນຄົນຕ່າງຊາດ ( ຈີນ, ຫວຽດນາມ, ເກົາຫຼີ… ) ບໍ່ເຂົ້າໃຈລະບຽບກົດໝາຍ ໃນເວລາລົງໄປແນະນໍາເຮັດໃຫ້ບໍ່ເຂົ້າໃຈກັນ, ເວລາຄະນະຈັດສັນລົງໄປເຮັດວຽກຕົວຈິງບາງເຈົ້າຂອງກິດຈະການແມ່ນຢູ່ຕ່າງແຂວງ ຫຼື ອ້າງວ່າບໍ່ຢູ່ ບໍ່ໃຫ້ຄວາມຮ່ວມມື, ບາງຄັ້ງການຈອດລົດແຄມທາງຕ່າງໆ ໃນເວລາຄະນະຈັດສັນ, ເຈົ້າໜ້າທີ່ລົງໄປຈັດສັນແມ່ນບໍ່ພົບເຈົ້າຂອງລົດ, ອຸປະ ກອນ-ເຄື່ອງມືພາຫະນະຮັບໃຊ້ ແລະ ງົບປະມານໃນການຈັດສັນມີຈໍາກັດ, ການໂຄສະນາເຜີຍແຜ່ໃຫ້ສັງຄົມຮັບຮູ້ຕໍ່ວຽກງານດັ່ງກ່າວຍັງບໍ່ກວ້າງຂວາງ, ບໍ່ທັນມີລະບຽບການໃນການເກັບມ້ຽນ ແລະກໍາຈັດຂີ້ເຫຍື້ອ ແລະ ການເຂົ້າຮ່ວມສັນຍາຂີ້ເຫຍື້ອ ຍັງມີລັກສະນະສະໜັກໃຈບໍ່ໄດ້ບັງຄັບ.

ເຖິງແນວໃດກໍຕາມ, ໃນໄລຍະຜ່ານມາພາກສ່ວນກ່ຽວຂ້ອງກໍໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນເອງຢ່າງຕັ້ງໜ້າ; ເຊິ່ງມັນສະແດງອອກໃນປີ 2020 ໄດ້ສົມທົບກັບຄະນະຈັດສັນຢູ່ບັນດາເມືອງ ໃນການຍົກຍ້າຍຄົນຂາຍເຄື່ີອງອອກຈາກແຄມທາງ, ທາງຄົນຍ່າງຈໍານວນ 149 ກໍລະນີ, ຍົກຍ້າຍກອງ ຫີນ-ກອງຊາຍ, ວັດສະດຸກໍ່ສ້າງ ແລະ ຄົນຂາຍເຄື່ອງຕາມແຄມທາງທີ່ນອນໃນເຂດສະຫງວນ ແລະ ທາງຄົນຍ່າງ 152 ກໍລະນີ, ເກັບກໍາຂໍ້ມູນບຸກຄົນຖົມດິນບໍ່ໄດ້ຮັບອະນຸຍາດ 28 ກໍລະນີ, ສໍາຫຼວດຈຸດທີ່ ນໍ້າຖ້ວມຂັງ 12 ຈຸດ, ແກ້ໄຂ 5 ຈຸດ ຄື: ເຂດບ້ານພະຂາວ, ສະພັງມຶກ, ດອນນົກຂຸ້ມ ແລະ ສີໄຄທົ່ງ, ແກ້ໄຂຄໍາຮ້ອງຟ້ອງ ຂອງພໍ່-ແມ່ປະຊາຊົນ ກ່ຽວກັບການປຸກສ້າງທີ່ກະທົບກັບຂ້າງຄຽງ 52 ກໍລະນີ, ແກ້ໄຂ 42 ກໍລະນີ. ເຊີນຜູ້ປະກອບການກໍ່ສ້າງ ແລະ ດໍາເນີນກິດຈະການບໍ່ຖືກລະບຽບກົດໝາຍ 37 ຄັ້ງ, ແກ້ໄຂ 35 ຄັ້ງ.

ຕິດປ້າຍໂຄສະນາທີ່ບໍ່ຖືກກັບລະບຽບການຢູ່ຖະໜົນເຕສອງ 32 ປ້າຍ ແລະ ຮື້ຖອນເຄື່ອງ, ເທີບເງີບທີ່ນອນຢູ່ໃນເຂດສະຫງວນຂອງທາງ ຈໍານວນ 17 ກໍລະນີ, ຖະໜົນ 450 ປີ ຈໍານວນ 73 ປ້າຍ, ຮື້ຖອນຕູບຂາຍເຄື່ອງ, ເທີບເງີບ ທີ່ນອນຢູ່ໃນເຂດສະຫງວນທາງ 38 ກໍລະນີ, ໄດ້ສໍາຫຼວດປ້າຍຕິດຕັ້ງບໍ່ຖືກລະບຽບ ແລະ ບໍ່ໄດ້ຮັບອະນຸຍາດ ພ້ອມທັງຍົກຍ້າຍອອກ 123 ຈຸດ ແລະ ໄດ້ແກ້ໄຂປ້າຍ 85 ຈຸດ, ລົງກວດສະຖານທີ່ກໍ່ສ້າງ ທີ່ໄດ້ຮັບຜົນກະທົບ ແລະ ເຮັດໃຫ້ເສັ້ນທາງເປື້ອນເປິະ ພ້ອມທັງລ້າງໃຫ້ສະອາດ ຈໍານວນ 65 ຄັ້ງ.