ທ້າຍເດືອນທັນວາຜ່ານມາ, ການນໍາແຂວງອຸດົມໄຊ ພ້ອມດ້ວຍພະແນກການ; ສະມາຄົມຊາວຫວຽດນາມ ແລະ ບໍລິສັດພາກເອກະຊົນຂອງ ສສ ຫວຽດນາມ ນຳໂດຍ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ນໍາເອົາພວງມາລາວາງໄປຕໍ່ໜ້າຮູບຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ໃນໂອກາດເປີດຫ້ອງຂໍ້ມູນຂ່າວສານອານຸສາວະລີ ປະທານ ໄກສອນ ພົມວິຫານ; ເພື່ອສະແດງຄວາມຮູ້ບຸນຄຸນອັນຍິ່ງໃຫຍ່ທີ່ທ່ານມີຕໍ່ປະເທດຊາດ.

ຫ້ອງຂໍ້ມູນຂ່າວສານ ອານຸສາວະລີ ປະທານ ໄກສອນ ພົມວິຫານ ມີອາຄານຂະໜາດນ້ອຍ 6 ຫຼັງ ຄື: ອາຄານເຮັດວຽກ, ອາຄານວາງສະແດງ, ອາຄານອ່ານປື້ມພິເສດ, ອາຄານອ່ານປຶ້ມແບບເປັນແຖວຊົມວິວ; ອາຄານຊົມວີດີໂອການເຄື່ອນໄຫວປະຫວັດສາດ ແລະ ອາຄານອ່ານໜັງສືສຳລັບເດັກ ພ້ອມດ້ວຍສິ່ງອໍານວຍຄວາມສະດວກອື່ນໆ ລວມມູນຄ່າການກໍ່ສ້າງ 743 ລ້ານກວ່າກີບ ໂດຍແມ່ນບໍລິສັດ VNO-Computer ເປັນຜູ້ລົງທຶນກໍ່ສ້າງທັງໝົດ, ໂດຍມີອາຍຸສັນ ຍາ 20 ປີ ນັບແຕ່ມື້ເປີດນໍາໃຊ້ເປັນຕົ້ນ ໄປ.

ອານຸສາວະລີ ປະທານ ໄກສອນ ພົມ ວິຫານ ສ້າງຂຶ້ນປີ 1996 ເຊິ່ງຫຼາຍປີຜ່ານມາ, ການນໍາຂອງແຂວງໄດ້ເອົາໃຈໃສ່ຈັດຫາແຫຼ່ງທຶນເພື່ອມາບູລະນະຮັກສາ ແລະພັດທະນາສະຖານທີ່ແຫ່ງນີ້ໃຫ້ກາຍເປັນສະຖານທີ່ ທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ, ເປັນສວນສາທາລະ ນະ ເພື່ອການທ່ອງທ່ຽວ, ການຮຽນຮູ້ ແລະ ການສຶກສາຄົ້ນຄວ້າຮ່ຳຮຽນເອົາຄຸນສົມບັດສິນທໍາປະຕິວັດຂອງປະທານ ໄກສອນ ພົມວິຫານ ແຕ່ກໍຍັງບໍ່ພຽງພໍ ກັບຄວາມຮຽກຮ້ອງຕ້ອງການໃນການປັບປຸງກໍ່ສ້າງຈຶ່ງໄດ້ດຶງດູດເອົານັກລົງທຶນມາພັດທະນາສະຖານທີ່ແຫ່ງນີ້ໃຫ້ກາຍ ເປັນແຫຼ່ງຮຽນຮູ້ທາງດ້ານປະຫວັດສາດ, ເປັນບ່ອນສົ່ງເສີມການອ່ານ, ເປັນສວນສາທາລະນະ, ເປັນບ່ອນພັກຜ່ອນ ແລະເປັນບ່ອນທ່ອງທ່ຽວຢູ່ໃຈກາງເທດສະ ບານແຂວງອຸດົມໄຊ ໃນອະນາຄົດນຳ ອີກ.
ຂ່າວ: ປກສ ແຂວງອຸດົມໄຊ