ທ້າຍອາທິດຜ່ານມາ, ໂຮງຮຽນມັດທະຍົມຕອນຕົ້ນວຽງແກ້ວ ເມືອງແບງ ແຂວງອຸດົມໄຊ ໄດ້ມອບເສື້ອກັນໜາວໃຫ້ນັກຮຽນທີ່ນອນຢູ່ຫໍພັກຂອງໂຮງຮຽນ ຈຳນວນ 68 ນ້ອງ ທີ່ແມ່ນຜູ້ທຸກຍາກ, ຂາດເຂີນ ແລະ ຢູ່ໄກຈາກໂຮງຮຽນ.

ເສື້ອກັນໜາວທີ່ນໍາມາມອບໃຫ້ນ້ອງນັກຮຽນໃນຄັ້ງນີ້ ແມ່ນໄດ້ມາຈາກຄອບຄົວຂອງ ທ່ານ ອານຸສອນ ດີມະນີວົງ ແລະ ທ່ານ ຄຳເພົ້າ ອິນແກ້ວມະນີລວມ ທັງໝົດ 68 ຜືນ ມູນຄ່າ 5.500.000 ກີບ; ໂດຍແມ່ນ ທ່ານ ຄໍາເພົ້າ ອິນແກ້ວມະນີ ພ້ອມດ້ວຍຄະນະທີມງານໂຄສະນາ, ເຜີຍແຜ່ ແລະ ປູກຈິດສຳນຶກວຽກງານດ້ານຄວາມປອດໄພທາງຫຼວງລົງມອບ ແລະ ແຈກຢາຍເຄື່ອງຈຳນວນດັ່ງກ່າວ; ເພື່ອແບ່ງເບົາພາລະຂອງຄອບຄົວ, ເປັນການປະກອບສ່ວນໃນການຕ້ານໄພໜາວໃຫ້ນ້ອງນັກຮຽນທີ່ທຸກຍາກຂາດເຂີນ ແລະ ຢູ່ຫ່າງໄກສອກຫຼີກ ໂດຍມີຄະນະຫ້ອງການສຶກສາທິການ ແລະ ກິລາເມືອງແບງ, ອຳນວຍການໂຮງຮຽນມັດທະຍົມຕອນຕົ້ນວຽງແກ້ວ ພ້ອມດ້ວຍອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໂຮງຮຽນມັດທະຍົມຕອນຕົ້ນວຽງແກ້ວ ຕັ້ງຢູ່ຫ່າງຈາກເທດສະບານເມືອງແບງ 24 ກິໂລແມັດມີຫ້ອງຮຽນ 10 ຫ້ອງຮຽນ, ມີຄູ-ອາຈານທັງໝົດ 17 ຄົນ ແລະ ນັກຮຽນ 240 ກວ່ານ້ອງ, ຍິງ 120 ນ້ອງ; ໃນນັ້ນ, ຜູ້ທີ່ນອນຢູ່ຫໍພັກ ມີ 68 ນ້ອງ. ຂ່າວ: ປກສ ແຂວງອຸດົມໄຊ