ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ

0
713

ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2021  ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ, ເປັນປະທານໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາລັດຖະມົນ ຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງລັດຖະ ບານ ຊຸດທີ VIII ( 2016-2020 ), ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ຜ່ານຮ່າງເບື້ອງ ຕົ້ນແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ IX ( 2021-2025 ), ລາຍງານຄວາມຄືບໜ້າການປັບປຸງກົນໄກຄວາມສະດວກ ແລະບັນ ດາຕົວຊີ້ວັດໃນການດໍາເນີນທຸລະກິດຢູ່ ສປປ ລາວ ແລະ ການຈັດຕັ້ງປະຕິບັດຄໍາສັ່ງວ່າດ້ວຍ ການປັບປຸງວຽກງານບໍລິການ ການອອກໃບອະ ນຸຍາດລົງທືນ ແລະ ອອກໃບອະນຸຍາດດໍາເນີນທຸລະກິດ,ຮ່າງແຜນຍຸທະສາດການສົ່ງເສີມຜະລິດເປັນສິນຄ້າຕິດພັນກັບກົນໄກການເຂົ້າເຖິງຕະ ຫຼາດຈໍາໜ່າຍສິນຄ້າ ແລະ ການຄ້າຊາຍແດນ, ລາຍງານກ່ຽວກັບການຄົ້ນຄວ້າການຫັນຊັບສິນຂອງລັດເປັນທືນ, ລາຍງານການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ,ລາຍງານຜົນການຈັດຕັ້ງປະຕິບັດແຜນການແກ້ໄຂບັນຫາຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ.

ກອງປະຊຸມ, ບັນດາທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີ, ສະມາຊິກລັດຖະບານ,ບັນດາແຂວງ, ຕາງໜ້າອົງການຈັດຕັ້ງພັກ,ສະພາແຫ່ງ ຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວ ສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຈະໄດ້ປະກອບຄໍາຄິດເຫັນໃສ່ບັນດາແຜນວຽກຕ່າງໆໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບການໃນປັດຈຸບັນ.

ພາບ-ຂ່າວ: ຄຳໂຖ ວັນນະລາດ