ວັນທີ 5 ມັງກອນ 2021, ປກສ ກຸ່ມ, ປກສ ບ້ານ ທົ່ວເມືອງສົບເບົາ ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2020; ເປັນປະທານໂດຍ ພັທ ໂພໄຊ ສີໄພ ຫົວໜ້າກອງບັນຊາການ ປກສ ເມືອງສົບເບົາ, ເຂົ້າຮ່ວມໂດຍ ພັທ ເພັດນ້ອຍ ລໍລອນສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ; ມີ ປກສ ກຸ່ມ, ປກສ ບ້ານ ຕະຫຼອດຮອດນາຍບ້ານ ທົ່ວເມືອງສົບເບົາ ເຂົ້າຮ່ວມ.

ພັທ ໄຂທອງ ບຸນມີໄຊ ຫົວໜ້າພະແນກສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ວາງທິດທາງແຜນການປີ 2021 ວຽກງານປ້ອງກັນຄວາມສະຫງົບ ປກສ ກຸ່ມ-ປກສ ບ້ານທົ່ວເມືອງສົບເບົົາ ປະຈຳປີ 2020 ວ່າ: ການຈັດຕັ້ງປະຕິບັດໃນ 1 ປີຜ່ານມາ, ປກສ ກຸ່ມ ແລະ ປກສ ບ້ານ ໄດ້ມີແນວຄິດອຸ່ນອຽນທຸນທ່ຽງຫ້າວຫັນຕໍ່ວຽກງານ; ເຊື່ອໝັ່ນຕໍ່ການຊີ້ນຳ-ນຳພາຂອງພັກ-ລັດ, ປະຕິບັດກົດລະບຽບຂອງກຳລັງປ້ອງກັນຄວາມສະຫງົບວາງອອກຢ່າງເຂັ້ມງວດຕາມການມອບໝາຍ; ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່-ແມ່ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງໜັກແໜ້ນ, ທົ່ວເມືອງສົບເບົາມີ 5 ກຸ່ມບ້ານ, ໃນ 1 ປີຜ່ານມາ ມີຄະດີເກີດຂຶ້ນທັ້ງໝົດ 35 ເລື່ອງ, ອາລະວາດຄອບຄົວມີ 4 ເລື່ອງ; ເປົ້າໝາຍຄ້າຂາຍຢາເສບຕິດລາຍຍ່ອຍ ມີ 27 ເປົ້າໝາຍ, ລັກຊັບພົນລະເມືອງມີ 9 ເລື່ອງ, ຫຼິ້ນການພະນັນມີ 4 ເລື່ອງ, ເຂົ້າຮ່ວມແກ້ໄຂຄະດີ ແລະ ຂໍ້ຂັດແຍ່ງຕ່າງໆຢູ່ຂັ້ນກຸ່ມບ້ານໄດ້ 14 ເລື່ອງ; ການຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ຈາກປະຊາຊົນ ທັງໝົດໄດ້ 115 ສະ ບັບ, ວຽກງານປ້ອງກັນຄວາມສະຫງົບ ກວດກາຄຸ້ມຄອງການເໜັງຕີງພົນລະ ເມືອງເຂົ້າ-ອອກ, ເກັບກຳບັນຊີເປົ້າໝາຍຕາມຂອບເຂດຄວາມຮັບຜິດຊອບໄດ້ 40 ຄັ້ງ, ວຽກງານອື່ນໆ.

ພ້ອມກັນນັ້ນກໍໄດ້ຜ່ານຂໍ້ຕົກລົງ ເມືອງສົບເບົາ ສະບັບເລກທີ 438/ຈມ ລົງວັນທີ 13 ພະຈິກ 2020 ວ່າດ້ວຍການມອບໃບຍ້ອງຍໍ ຈໍານວນ 70 ໃບ ແລະ ຂໍ້ຕົກລົງ ວ່າດ້ວຍການມອບໃບຊົມເຊີຍ ສະບັບເລກທີ 439/ຈມ ຈຳ ນວນ 115 ໃບ ຂອງທ່ານເຈົ້າເມືອງສົບເບົາ; ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນປະຕິບັດວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2020.

ໃນໂອການນີ້ ພັທ ເພັດນ້ອຍ ລໍລອນສີ ໄດ້ຍ້ອງຍໍຊົມເຊີຍບັນດາຜົນ ງານດີເດັ່ນໃນການປະກອບສ່ວນປະຕິ ບັດວຽກງານປ້ອງກັນຄວາມສະຫງົບ ແລະ ເນັ້ນໜັກໃຫ້ ປກສ ກຸ່ມ-ປກສ ບ້ານ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານໃຫ້ໜັກແໜ້ນ, ເຮັດວຽກງານໂຄສະນາໃນການຕ້ານການຄ້າມະນຸດ ແລະ ບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ພໍ່ແມ່ປະຊາ ຊົນເຂົ້າໃຈ.

ໃນວັນດຽວກັນ ກໍໄດ້ມີພິທີທຳລາຍຊິ້ນສ່ວນ ແລະ ອາວຸດລ່າເນື້ອທີ່ຢຶດມາໄດ້ ແລະ ປະຊາຊົນຈິງໃຈນຳມາມອບໃນທົ່ວເມືອງສົບເບົາ ເຊິ່ງປະກອບມີ: ປືນແກັບ 51 ກະບອກ, ປືນນ້ຳເຫຼົ້າ 3 ກະ ບອກ, ຈັກສະຕິນ 2 ເຄື່ອງ, ໝໍ້ຊັອດ 1 ເຄື່ອງ, ກັບເຫຼັກໃຫຍ່ 8 ອັນ.