ຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ເຮັດວຽກງານປ້ອງກັນມີຄວາມປອດໄພ

0
943

ໃນໄລຍະຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ໄດ້ເອົາໃຈໃສ່ນໍາພາສະມາຊິກຊາວ ໜຸ່ມເຮັດໜ້າທີ່ວຽກງານວິຊາສະເພາະປ້ອງກັນຜູ້ນໍາພັກ-ລັດ, ແຂກຕ່າງປະເທດ,ກອງປະຊຸມ,ງານບຸນ,ປ້ອງກັນສໍານັກງານທີ່ສໍາຄັນຕາມການມອບໝາຍຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນດ້ວຍຄວາມຮັບຜິດຊອບສູງ,ມີຜົນສໍາເລັດ ແລະປອດໄພ 100%.

ພັທ ສູນເພັງ ສິນທະວອນ ຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນສູນກາງ ຕາງໜ້າໃຫ້ຄະ ນະບໍລິຫານງານຊາວໜຸ່ມ ກອງບັນຊາ ການປ້ອງກັນສູນກາງ ກ່າວໃນກອງປະຊຸມສ່ອງແສງປະຈໍາໄຕມາດ IV 2020 ແລະ ທິດທາງແຜນການ ປະຈໍາໄຕມາດ I ສົກປີ 2021 ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ ຈັດຂຶ້ນໃນວັນທີ 8 ມັງກອນ 2021 ທີ່ກອງບັນຊາການປ້ອງກັນສູນກາງ,ໂດຍມີ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ພັທ ບຸນຈັນ ອິນພົມ ມາ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງ ປກສ,ມີເລຂາ, ຄະ ນະບໍລິຫານງານຊາວໜຸ່ມ18 ກົມກອງອ້ອມຂ້າງກະຊວງເຂົ້າຮ່ວມ ວ່າ: ໃນໄລຍະຜ່ານມາ,ຄະນະບໍລິຫານງານຊາວໜຸ່ມກອງບັນຊາການປ້ອງ ກັນສູນກາງ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ສະມາຊິກຊາວໜຸ່ມ ເປັນຕົ້ນຕໍໂດຍລວມແລ້ວສະມາຊິກຊາວໜຸ່ມ ມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ,ຕ້ານທຸກຖ້ອຍທໍານອງບິດເບືອນໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍຂອງພັກ.

ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ,ຕໍ່ລະບອບປະຊາທິປະໄຕ ປະຊາຊົນ,ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ເຮັດສໍາເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ສະແດງອອກຄື: ໄດ້ຈັດກໍາລັງປ້ອງກັນກອງປະຊຸມໃຫຍ່ຄັ້ງທີ X ຂອງຄະນະບໍລິຫານງານພັກ ແຂວງເຊກອງ1 ຄັ້ງ 4 ແຮງງານ, ປ້ອງກັນທ່ານນາຍົກລັດຖະມົນຕີ ເຄື່ອນໄຫວວຽກງານຢູ່ນະຄອນຫຼວງ, ຕ່າງແຂວງ 2 ຄັ້ງ 10 ແຮງງານ, ປ້ອງກັນກອງປະໃຫຍ່ຄັ້ງທີ VI ຂອງຄະນະພັກຮາກຖານພະແນກໂຍທາ-ຂົນສົ່ງນະຄອນຫຼວງ 1 ຄັ້ງ 14 ແຮງງານ, ປ້ອງກັນງານບຸນປະເພນີອອກພັນສາທ່າວັດຈັນ1 ຄັ້ງ 6 ແຮງງານ,ປ້ອງກັນງານສະເຫຼີມສະຫຼອງລາວພົວພັນການທູດລາວ-ຣັດເຊຍ ຄົບຮອບ60 ປີ1ຄັ້ງ 4 ແຮງງານ,ປ້ອງກັນລັດຖະ ມົນຕີກະຊວງການຕ່າງປະເທດແຫ່ງ ສປ ຈີນ1 ຄັ້ງ15 ແຮງງານ,ປ້ອງກັນກອງປະຊຸມໃຫຍ່ XI ທີ່ຫ້ອງວ່າການສູນກາງພັກ1 ຄັ້ງ,ມີ30 ແຮງ ງານ.

ທິດທາງແຜນການໃນຕໍ່ໜ້າ,ເພື່ອສືບຕໍ່ນໍາພາຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບ18 ຂໍ້ແຂ່ງ ຂັນຂອງຊາວໜຸ່ມກະຊວງ ປກສ ແລະແຜນການຂອງອົງຄະນະພັກກອງບັນຊາການປ້ອງກັນສູນກາງ ວາງອອກໃຫ້ປະກົດຜົນເປັນຈິງ ຄະນະບໍລິຫານງານຊາວໜຸ່ມ ກອງບັນຊາການປ້ອງກັນສູນກາງ ຈະສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການ ເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມ ໃຫ້ກວ້າງຂວາງທົ່ວເຖິງ, ມີເນື້ອໃນເລິກເຊິ່ງ, ນໍາເອົາເອກະສານສໍາຄັນຂອງພັກຂອງຊາດ ຂອງກໍາລັງ ປກສ ແລະ ຄໍາສັ່ງແນະນໍາຕ່າງໆຂອງວຽກງານຊາວໜຸ່ມມາເຜີຍແຜ່ຮ່ໍາຮຽນໃຫ້ທົ່ວເຖິງ,ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະປ້ອງກັນພະນັກງານຂັ້ນສູງຂອງພັກລັດ, ສໍານັກງານອົງການ, ປ້ອງກັນແຂກ,ປ້ອງກັນກອງ ປະຊຸມ ໃຫ້ມີຄວາມສະຫງົບປອດໄພ 100%.

ພາບ-ຂ່າວ: ແກ້ວ ອຸເພັດ