ປກສ ແຂວງຫົວພັນ ປະຊຸມກຽມແຜນການສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 60 ປີ

0
878

ອາທິດຜ່ານມາ, ກອງບັນຊາການ ປກສ ແຂວງ ຫົວພັນ ໄດ້ເປີດກອງປະຊຸມຄົ້ນຄວ້າປຶກສາຫາລືກະກຽມແຜນການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ60 ປີ ( 5 ເມສາ 1961–5 ເມສາ 2021 ) ໂດຍການເປັນປະທານຂອງ ພັອ ແອນ ອຸ່ນອານົງນຸດ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ,ມີຄະນະຮັບຜິດຊອບຊີ້ນໍາລວມ,ບັນດາອະນຸກໍາມະການທີ່ຖືກແຕ່ງຕັ້ງຈາກບັນດາຫ້ອງ ແລະ ກອງບັນຊາການ ປກສ 10 ເມືອງເຂົ້າຮ່ວມ.

ໃນກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງຂອງ ຄະນະປະຈໍາແຂວງຫົວພັນ ສະບັບເລກທີ 401/ຄປຈຂ. ຫພ,ລົງວັນທີ 31 ທັນວາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ບັນດາອະນຸກຳມະ ການ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ທີ່ຈະມາເຖີງນີ້ໃຫ້ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ, ເຕັມໄປດ້ວຍບັນຍາກາດອັນຟົດຟື້ນ, ເບີກບານມ່ວນຊື່ນ ແລະ ສົມກຽດ, ແນໃສ່ເຮັດໃຫ້ທົ່ວປວງຊົນຮັບຮູ້ເຂົ້າໃຈ ແລະ ເຊື່ອມຊືມຢ່າງຈະແຈ້ງເລິກເຊິ່ງ ຕໍ່ມູນເຊື້ອປະຕິວັດ, ນໍ້າໃຈເສຍສະຫຼະອົງອາດກ້າຫານ, ປະຫວັດແຫ່ງການກໍາເນີດເຕີບໃຫຍ່ຂະຫຍາຍຕົວ,ສູ້ຮົບມີໄຊ ແລະ ຜົນງານ,ໄຊຊະນະອັນໃຫຍ່ຫຼວງຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ຍາດມາໄດ້ຕະຫຼອດໄລຍະ 60 ປີ.

ຈາກນັ້ນ.ບັນດາອະນຸກໍາມະການຮັບຜິດຊອບວຽກງານຕ່າງໆ ກໍໄດ້ປະກອບຄໍາຄິດຄໍາເຫັນ,ຄົ້ນຄວ້າປຶກສາຫາລືວາງແຜນການຢ່າງລະອຽດຖີ່ຖ້ວນ, ພາວະວິໄສ ເປັນຕົ້ນແມ່ນແຜນງົບປະມານຮັບໃຊ້, ແຜນການປ້ອງກັນຮັກສາຄວາມສະຫງົບ,ແຜນການສ້າງຂະບວນການທາງດ້ານກິ ລາ,ສີນລະປະວັນ ນະຄະດີ,ການກະກຽມທາງດ້ານເນື້ອໃນໂຄສະນາປາຖະກະຖາ, ວຽກງານປະດັບປະດາສະຖານທີ່ຕ່າງໆຢ່າງເໝາະສົມ ເພື່ອກຽມຄວາມພ້ອມໃຫ້ແກ່ການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຄົບຮອບ 60 ປີ ທີ່ຈະມາເຖີງໃຫ້ມີຄວາມໝາຍ, ຄວາມສໍາຄັນຢ່າງເລີກເຊິ່ງ, ມີບັນຍາກາດຟົດຟື້ນ ແລະ ມີຄວາມສະຫງົບປອດໄພ100 %.

ໃນຕອນທ້າຍ,ພັອ ແອນ ອຸ່ນອານົງນຸດ ໄດ້ເນັ້ນໃຫ້ຄະນະບັນຊາທຸກຂັ້ນ ແລະບັນດາຄະນະຮັບຜິດຊອບທຸກສະຫາຍ ຈົ່ງພ້ອມກັນນໍາເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດ, ເປັນເຈົ້າ ການກະກຽມຕາມດ້ານວຽກງານຕ່າງໆ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນຄົບຮອບ 60 ປີ ໄດ້ຮັບຜົນສໍາເລັດຕາມຈຸດປະສົງ,ຄາດໝາຍຮັບປະກັນຄວາມສະຫງົບປອດໄພໃຫ້ ໄດ້ 100 %.