ຫ້ອງສະຫະພັນແມ່ຍິງກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ໃນວັນທີ 4 ມັງກອນ 2021; ເປັນປະທານໂດຍ ພັທ ນາງ ຄຳຢາດ ວິໄລວັນ ຫົວໜ້າຫ້ອງສະຫະພັນແມ່ຍິງ, ມີຄະນະຫ້ອງ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ນາງ ບຸນທະວີ ພິລາວັນ ຮອງຫົວໜ້າຫ້ອງສະຫະພັນແມ່ຍິງ ໄດ້ຜ່ານບົດສະຫຼຸບປະຈຳປີ 2020 ແລະ ທິດທາງແຜນການປະຈຳປີ 2021 ໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບດ້ວຍຫຼາຍເນື້ອໃນ, ຫຼາຍຮູບການ; ເຮັດໃຫ້ພະນັກງານ-ນັກຮົບພາຍໃນຫ້ອງມີຄວາມສະຫງົບອຸ່ນອຽນ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມສາມັກຄີເປັນເອກະພາບພາຍໃນໜັກແໜ້ນ, ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ ສະແດງອອກບາງຜົນງານເຊັ່ນ: ນຳພາເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງຂອງຂັ້ນເທິງ, ເຂົ້າ ຮ່ວມຮັບຟັງປາຖະກະຖາມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງອົງການຈັດຕັ້ງມະຫາຊົນ ແລະ ຂອງກຳລັງປ້ອງກັນຄວາມສະຫງົບ ລວມທັງໝົດ 50 ຄັ້ງ; ຈັດຕັ້ງພິທີປາຖະກະຖາວັນແມ່ຍິງລາວ ຄົບຮອບ 65 ປີ ມີຈຳນວນພົນເຂົ້າຮ່ວມ 141 ຄົນ, ເປີດບັ້ນດຳເນີນຊີ ວິດການເມືອງ ປະຈຳປີ 2020 ນຳສາຍພັກ-ສາຍລັດ, ດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ VII, ຈັດກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ປກສ ສະໄໝວິສາມັນ ເພື່ອແບ່ງຄວາມຮັບຜິດຊອບ, ກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ປກສ ຄັ້ງທີ 2 ສະໄໝທີ VII ສຳເລັດ; ຊຸກຍູ້ສະຫະພັນແມ່ຍິງຮາກຖານດຳເນີນຊີວິດການເມືອງ ເພື່ອຕີລາ ຄາຄັດເລືອກບຸກຄົນ, ໜ່ວຍ, ສະຫະພັນແມ່ຍິງ 3 ດີ, ລົງເຄື່ອນໄຫວວຽກງານກວດກາຮອບດ້ານຢູ່ສະຫະພັນແມ່ຍິງຮາກຖານອ້ອມຂ້າງກະຊວງ ປກສ ສຳ ເລັດ 18 ຮາກຖານ, ພ້ອມທັງນຳພາສະຫະພັນແມ່ຍິງຮາກຖານເຂົ້າຮ່ວມບໍລິຈາກເລືອດນຳສູນກາງສະຫະພັນແມ່ຍິງລາວ ຈຳນວນ 70 ຄົນ.

ກອງປະຊຸມໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງພະນັກງານ-ນັກຮົບຕໍ່ບົດສະຫຼຸບ ແລະ ທິດທາງປະຈຳປີ ພ້ອມທັງແລກປ່ຽນຖອດຖອນບົດຮຽນໃນການເຄື່ອນໄຫວວຽກງານງານໃນໄລຍະ 1 ປີຜ່ານມາ; ໂອກາດດັ່ງກ່າວ; ພັທ ນ. ຄໍາຢາດ ວິໄລວັນ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ພະນັກງານ-ນັກຮົບ ແລະ ມີຄຳເຫັນຊີ້ນຳໃນການຈັດຕັ້ງປະຕິບັດໜ້າທີ່ວຽກ ງານ ກໍຄືທິດທາງແຜນການໃນປີ 2021 ໃຫ້ສຳເລັດຜົນຕາມລະດັບຄາດໝາຍທີ່ໄດ້ວາງໄວ້.