ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄຳມ່ວນ ໄດ້ໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດໃຫ້ພະນັກ ງານ, ຄູ-ອາ ຈານ ແລະ ນັກສຶກສາຢູທີ່ໂຮງຮຽນເຕັກນິກ-ວິຊາຊີບແຂວງຄຳມ່ວນ ເພື່ອເປັນສະຕິເຕື່ອນໃຈ ແລະ ບໍ່ຫຼົງກົນອຸບາຍຂອງການຄ້າມະນຸດ.

ພິທີດັ່ງກ່າວຈັດຂຶ້ນໃນວັນທີ 23 ທັນວາ 2020, ໂດຍມີ ພັທ ພົມມາລາ ບົວລະພາ ຫົວໜ້າກອງບັນຊາການ ປກສ ເມືອງທ່າແຂກ, ພັທ ພູຂົງ ຂຸນໂນລາດ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ພ້ອມດ້ວຍພາກສ່ວນທີ່ກຽວຂ້ອງ ຕະຫຼອດຮອດຄູ-ອາຈານ ແລະ ນັກສຶກສາໃນໂຮງຮຽນເຕັກນິກ-ວິຊາ ຊີບແຂວງຄຳມ່ວນ ເຂົ້າຮ່ວມ 319 ຄົນ.

ພັຕ ລັດສະໜີ ໄຊຍະສອນ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງ ໃຫ້ຮູ້ວ່າ: ທຸກຄົນຕ້ອງໃຫ້ມີສະຕິຕື່ນຕົວເປັນເຈົ້າການນຳກັນໃນການປ້ອງກັນສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ຮູ້ທັນວິທີການເລ່ລຽມຂອງຜູ້ຄ້າມະນຸດ ເພື່ອປ້ອງກັນບໍ່ໃຫ້ຕົນເອງ ຫຼື ລູກຫຼານຕົກເປັນເຫຍື່ອຮູບແບບການຄ້າມະນຸດ ເປັນຕົ້ນແມ່ນການຂູດຮີດແຮງ ງານເກີນໂມງທີ່ກຳນົດໄວ້, ການບັງຄັບເປັນໂສເພນີຕາມຮ້ານສະຖານທີ່ບັນເທີງຕ່າງໆ, ການແຕ່ງດອງແອບແຝງກັບຄົນຕ່າງປະເທດ ແລະ ດ້ວຍວິທີການອື່ນໆທີ່ຜິດຕໍ່ກົດໝາຍ ແລະ ວັດທະນະທຳ ອັນດີງາມຂອງຊາດ.

ນອກນີ້, ການຄ້າມະນຸດມັກຈະມາໃນຫຼາຍຮູບການ ແລະ ຫຼາຍຮູບແບບ ແລະ ເກີດຈາກສະພາບຄວາມເປັນຢູ່ ແລະ ຄວາມຮູ້ເທົ່າບໍ່ເຖິງການເຊັ່ນ: ສະພາບຄວາມທຸກຍາກ, ການສຶກສາຮ່ຳຮຽນຕ່ຳ, ຄົນຫວ່າງງານເປັນຈຳນວນຫຼວງຫຼາຍ, ບໍ່ມີຄວາມສະຫງົບໃນຄອບຄົວ, ຢາກປັບປຸງຊີວິດຂອງຕົນໃຫ້ດີຂຶ້ນ, ຢາກມີຄົນຮັກ ແລະ ແຕ່ງງານກັບຄົນທີ່ມີຖານະທີ່ດີ, ເທັກໂນໂລຊີທີ່ທັນສະໄໝ ສິ່ງເຫຼົ່ານີ້ລ້ວນແລ້ວເປັນປັດໄຈທີ່ເຮັດໃຫ້ຜູ້ຄົນເກີດມີຄວາມຢາກມີ ຢາກໄດ້ ຈົນຕົກເປັນເຫຍື່ອຂອງການຄ້າມະນຸດ.

ທັງນີ້, ການລົງໂຄສະນາເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກຽ່ວກັບຜົນຮ້າຍຂອງການຄ້າມະນຸດ ເພື່ອໃຫ້ພະນັກງານ, ຄູ-ອາຈານ, ນັກສຶກສາທີ່ຢູ່ພາຍໃນໂຮງຮຽນດັ່ງກ່າວໄດ້ຮັບຮູ້ກ່ຽວກັບຜົນກະທົບຮູບແບບເລ່ລຽ່ມກົນອຸບາຍຕ່າງໆຂອງກຸ່ມຄົນບໍ່ດີທີ່ຫັວງມາຕົວະຍົວະແມ່ຍິງ ແລະ ເດັກນ້ອຍໃນ ຮູບແບບຕ່າງໆ ລວມທັງເຜີຍແຜ່ເອກະ ສານກ່ຽວການສິດທິແມ່ຍິງ ແລະ ເດັກ ນ້ອຍ.