ສະພາບການເໜັງຕີງຂອງລາຄາສິນຄ້າຕາມທ້ອງຕະຫຼາດຢູ່ໃນນະຄອນຫຼວງວຽງຈັນ (ນວ) ໃນປີ 2020 ຍັງສືບຕໍ່ເໜັງຕີງ. ມາຮອດຕົ້ນປີ 2021, ເຊິ່ງພາກສ່ວນກ່ຽວຂ້ອງໄດ້ຊີ້ແຈງວ່າ ການເໜັງຕີງຂອງລາຄາສິນຄ້າຈໍານວນໜຶ່ງເໜັງຕີງຕາມລະດູການ. ນອກນັ້ນ, ກໍຍັງອີງໃສ່ປັດໄຈພາຍໃນ ແລະ ພາຍນອກ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສະຫະກໍາ ແລະ ການຄ້າ ນວ ໃຫ້ຮູ້ວ່າ: ສະພາບລາຄາສິນຄ້າຢູ່ຕາມທ້ອງຕະຫຼາດພາຍ ໃນນະຄອນຫຼວງວຽງຈັນ ໃນປີ 2020 ມາຮອດປັດຈຸບັນມີການເໜັງຕີງຂຶ້ນ ແລະ ລົງຕາມກົນໄກເສດຖະກິດຕະຫຼາດ, ມີບາງປະເພດ ເຊັ່ນ: ພືດຜັກ, ຊີ້ນ, ໝາກໄມ້ ແມ່ນມີການເໜັງຕີງຕາມລະດູການ ແລະ ອີງໃສ່ສະພາບພາຍໃນ ແລະ ພາຍນອກ; ສ່ວນລາຄາເຂົ້າສານໜຽວປະ ເພດ 2 ບໍ່ໃຫ້ເກີນ 7.400 ກີບຕໍ່/ກິໂລກຼາມ, ປານິນກະຊັງ 20.000 ກິບຕໍ່ກິໂລກຼາມ. ສໍາລັບລາຄາຊີ້ນໝູໃນປີ 2020 ແມ່ນປັບຂຶ້ນ 2 ຄັ້ງ ປະເພດໜຶ່ງປັບຂຶ້ນ 11,11%, ປະເພດສອງ 11,6% ແລະ ຄັ້ງທີ 2 ຊີ້ນໝູປະເພດ 1 ປັບຂຶ້ນ 10% ແລະ ປະເພດ 2 ປັບຂຶ້ນ 9,21%. ນອກນັ້ນ, ຍັງມີລາຄາພືດຜັກຫອມປ້ອມລາຄາສູງສຸດ 46.000 ກີບຕໍ່ກິໂລກຼາມ, ຫອມລາບ 32.000 ກີບ, ຜັກບົ່ວສົດ 35.000 ກີບຕໍ່ກິໂລກຼາມ, ຜັກສະຫຼັດ 20.000 ກີບ, ຜັກກະຫຼໍາ 20.000 ກີບ, ຜັກກາດຂາວ 12.000 ກີບ, ຜັກບົ້ງ 10.000 ກີບ ແລະອື່ນໆ.

ການປັບຂຶ້ນ ຫຼື ປັບລົງລາຄາຂອງສິນຄ້າໃນທ້ອງຕະຫຼາດຫຼາຍຄັ້ງໃນປີ 2020 ເຫັນວ່າຕົວເລກລາຄາແຕກຕ່າງກັນຫຼາຍ; ສາເຫດທີ່ເຮັດໃຫ້ລາຄາບໍ່ຄົງທີ່ ເນື່ອງຈາກການຜະລິດ ຫຼື ການປູກຂອງຊາວກະສິກອນ ເລືອກປູກພືດຊະນິດດຽວກັນໃນໄລຍະເວລາດຽວກັນເປັນຈໍານວນຫຼາຍ ເຮັດໃຫ້ມີສິນຄ້າເກີນຄວາມຕ້ອງການ ໂດຍສະເພາະໃນໄລຍະທ້າຍປີ ແລະ ຕົ້ນປີ; ເຊິ່ງໃນໄລຍະກາງປີໃນເດືອນພຶດສະພາ ຫາ ເດືອນກັນຍາ ເຫັນວ່າພືດຜັກຈະມີການສະ ໜອງບໍ່ພຽງພໍກັບຄວາມຕ້ອງການເຮັດໃຫ້ສິນຄ້າມີລາຄາປັບຕົວຂຶ້ນສູງ. ສໍາ ລັບ, ສິນຄ້າປະເພດນໍາເຂົ້າໃນໝວດ ຕ່າງໆ ເຫັນວ່າມີການປັບລາຄາຂຶ້ນຢູ່ລະ ຫວ່າງ 3-7% ສາເຫດທີ່ມີການປັບຂຶ້ນ ແມ່ນອີງຕາມອັດຕາເງິນກີບຂອງລາວ ທີ່ມີອັດຕາເພີ້ໃນລະຫວ່າງ 3,63-6,94%.

ນອກນັ້ນ, ການເໜັງຕີງຂອງລາຄາສິນຄ້າ ຢູ່ໃນນະຄອນຫຼວງວຽງຈັນ ຍັງອີງໃສ່ 2 ປັດໄຈ ຄື: ປັດໄຈພາຍນອກ: ໃນໄລຍະການແພ່ລະບາດຂອງໂຄວິດ-19 ການຂົນສົ່ງສິນຄ້າ ມີຄ່າໃຊ້ຈ່າຍເພີ່ມຂຶ້ນ ເປັນຕົ້ນແມ່ນວັດຖຸດິບ, ອຸປະ ກອນ, ຮັບໃຊ້ການຜະລິດ ທີ່ນໍາເຂົ້າຈາກຕ່າງປະເທດ, ການຜະລິດພາຍໃນຍັງອ່ອນນ້ອຍ ກະແຈກ, ກະຈາຍແນວພັນແລະ ສິນຄ້າສ່ວນໃຫຍ່ ແມ່ນມີການນໍາເຂົ້າຈາກຕ່າງປະເທດ ສະນັ້ນ, ຖ້າລາຄາສິນຄ້າຢູ່ປະເທດອ້ອມຂ້າງເໜັງຕີງ ປັບຂຶ້ນລາຄາກະຈະກະທົບໂດຍກົງຕໍ່ລາຄາສິນ ຄ້າຢູ່ນະຄອນຫຼວງວຽງຈັນ.

ປັດໄຈພາຍໃນ: ການຜະລິດຕົ້ນທຶນຜະລິດສູງ ການຜະລິດຍັງກະແຈກກະຈາຍ ການຈັດຮອບວຽນການຜະລິດຍັງຈໍາກັດ ຍັງປູກຕາມລະດູການສໍາລັບປະເພດພຶດພັກ ແລະ ສັດລ້ຽງ ຈໍານວນໜຶ່ງ ເຊິ່ງເຮັດໃຫ້ການສະໜອງ ແລະ ຄວາມຕ້ອງການບໍ່ສົມດູນກັນ ຖ້າຈໍານວນ ຫຼື ປະລິມານຄວາມຕ້ອງການສິນຄ້າເພີ່ມຂຶ້ນຈະເຮັດໃຫ້ລາຄາສູງຂຶ້ນ. ສິນຄ້າທີ່ນໍາເຂົ້າການແຈ້ງລາຄາຂອງຜູ້ປະກອບການບໍ່ທັນໄດ້ແຈ້ງເປັນລະບົບ, ການຕິດຕາມສິນຄ້າຍັງບໍ່ທົ່ວເຖິງ, ນອກນັ້ນ ມາດຕະການໃນການຄວບຄຸມລາຄາສິນຄ້າຍັງບໍ່ທັນສາມາດປະຕິບັດໄດ້ຢ່າງຄົບຖ້ວນ ແລະ ຊາວຄ້າຂາຍຈໍານວນໜຶ່ງມີແນວຄິດສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈໃນເທດສະການຕ່າງໆ ຫຼື ໄລຍະທີ່ການສະໜອງສິນຄ້າບໍ່ພຽງພໍ.