ກະຊວງພະລັງງານ ແລະ ບໍ່ແຮ່ ປະຕິບັດມູນຄ່າການຜະລິດໄດ້ 31,4 ຕື້ກວ່າກີບ

0
1423

ໃນປີ 2020 ຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ສາມາດຍາດໄດ້ຜົນສຳເລັດໃນການນໍາພາການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ລວມມູນຄ່າການຜະລິດທີ່ປະຕິບັດໄດ້ເຖິງ 31,4 ຕື້ກວ່າກີບ ເມື່ອທຽບໃສ່ປີຜ່ານມາມີອັດຕາເພີ່ມຂຶ້ນ 16% ແລະ ທຽບໃສ່ແຜນການປີປະຕິບັດໄດ້ 102%.

ທ່ານ ປອ ດາວວົງ ພອນແກ້ວ ຮອງລັດຖະມົນຕີ ກະຊວງ ພບ ໄດ້ຖະແຫຼງຜົນສຳເລັດຂອງ ຂະແໜງການພະລັງງານ ແລະ ບໍ່ແຮ່ ໃນວັນທີ 8 ມັງກອນ 2021 ໃຫ້ຮູ້ວ່າ:

ຕະຫຼອດໄລຍະ 1 ປີຜ່ານມາ, ໄດ້ເອົາໃຈໃສ່ນໍາພາບັນດາສະມາຊິກຈັດຕັ້ງປະຕິບັດວຽກງານວິຊາສະເພາະຢ່າງຫ້າວຫັນ ແລະ ເຂັ້ມແຂງ ໃນນີ້ສາມາດຍາດໄດ້ຜົນສຳເລັດໃນການນໍາພາການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ລວມຍອດມູນຄ່າການຜະລິດ ຂະແໜງການພະລັງງານ ແລະ ບໍ່ແຮ່ ປະຕິບັດໄດ້ 31,468 ຕື້ກີບ ທຽບໃສ່ປີຜ່ານມາ ມີອັດຕາເພີ່ມຂຶ້ນ 16% ແລະ ທຽບໃສ່ແຜນການປີປະຕິບັດໄດ້ 102%.

ໃນນີ້; ຂະແໜງພະລັງງານ ປະຕິບັດໄດ້ 20,616 ຕື້ກີບ ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 33%, ທຽບໃສ່ແຜນການປີປະຕິບັດໄດ້ 98% ແລະ ຂະແໜງບໍ່ແຮ່ ປະຕິບັດໄດ້ 10,851 ຕື້ກີບ ທຽບໃສ່ປີຜ່ານມາ ຫຼຸດລົງ 7%, ທຽບໃສ່ແຜນການປີປະຕິບັດໄດ້ 113%.

ນອກນີ້, ສະເພາະປີ 2020 ໄດ້ສໍາເລັດການກໍ່ສ້າງແຫຼ່ງຜະລິດໄຟຟ້າຈໍານວນ 4 ແຫ່ງ ລວມກຳລັງຕິດຕັ້ງ 537 MW, ມີຄວາມອາດສາມາດຜະລິດກະແສໄຟຟ້າໄດ້ 2.139 ລ້ານ kwh/ປີ ແລະ ມາຮອດປັດຈຸບັນ, ທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 81 ແຫ່ງ ລວມກໍາລັງຕິດຕັ້ງ 10.328 MW ສາມາດຜະລິດພະລັງງານໄຟຟ້າ 53.640 ລ້ານ kwh/ປີ.

ສໍາລັບພາກລະບົບສາຍສົ່ງ ແລະ ສະຖານີໄຟຟ້າ ແມ່ນໄດ້ຮັບການພັດທະນາຢ່າງແຂງແຮງ, ເຊິ່ງມາຮອດປັດຈຸບັນນີ້ ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າຍາວທັງໝົດ 67.643 ກິໂລແມັດ/ວົງຈອນ ແລະ ສະຖານີໄຟຟ້າ 84 ແຫ່ງ. ໃນນັ້ນ, ອັດຕາການເຂົ້າເຖິງໄຟຟ້າແມ່ນສາມາດບັນລຸ 100% ຂອງເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ, 93% ຂອງຈຳນວນບ້ານ ແລະ 95% ຂອງຈຳນວນຄອບຄົວໃນທົ່ວປະເທດ.